ຂະບວນແຫ່ຮູບປັ້ນຫຼໍ່ພະເຈົ້າໄຊເສດຖາທິລາດ ເຂົ້າສູ່ພະທາດຫຼວງ ເພື່ອທຳພິທີທາງສາສະໜາ
ເວລາອອກຂ່າວ: 2020-07-22 09:45:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 687 | ຄວາມນິຍົມ: ![]()
ພິທີແຫ່ຮູບປັ້ນຫຼໍ່ເໝືອນພະ ເຈົ້າໄຊເສດຖາທິລາດ ອອກຈາກ ບ່ອນປັ້ນຫຼໍ່ ບ້ານຈອມມະນີ,ເມືອງ
ໄຊເສດຖາ, ນະຄອນຫຼວງວຽງ ຈັນ ເພື່ອເຂົ້າສູ່ພະທາດຫຼວງວຽງ ຈັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 21 ກໍລະກົດ 2020 ນີ້, ໂດຍມີ ທ່ານ ຈູມມາລີ ໄຊຍະສອນ ອະດີດ ປະທານປະເທດ, ມີຕາງໜ້າການ ນຳແຂວງອັດຕະປື, ພ້ອມດ້ວຍ ມວນຊົນທັງພາຍໃນ ແລະ ຕ່າງ ປະເທດເຂົ້າຮ່ວມ.
ທ່ານ ສຸກສະໄໝ ຈັນທະມາດ ຄະນະປະຈຳພັກແຂວງ, ຮອງເຈົ້າ ແຂວງໆອັດຕະປື ໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ຫຼໍ່ສຳເລັດແລ້ວມື້ນີ້ ໄດ້ມີຂະບວນແຫ່ຮູບປັ້ນຂອງພະ ເຈົ້າໄຊເສດຖາທິລາດເຂົ້າມາສູ່ ພະທາດຫຼວງ ເພື່ອເຮັດພິທີທາງ ພຸດທະສາສະໜາເປັນເວລາ 5 ວັນຄື: ເລີ່ມແຕ່ວັນທີ 21-26 ກໍລະ ກົດ 2020 ນີ້, ຫຼັງຈາກນັ້ນວັນທີ 27 ກໍລະກົດ ຫາ 1 ສິງຫາ ແມ່ນ ຈະນຳໄປປະດິດສະຖານຢູ່ທີ່ອະນຸ ສາວະລີ ເຈົ້າໄຊເສດຖາ ຕັ້ງຢູ່ ບ້ານຫາດຊາຍຂາວ, ເມືອງໄຊ ເສດຖາ, ແຂວງອັດຕະປື, ເຊິ່ງມາ ຮອດປັດຈຸບັນການກໍ່ສ້າງອະນຸ ສາວະລີ ແມ່ນສຳເລັດ 100% ແລະ ຈະມີພິທີສົມໂພດ (ເປີດ ນຳໃຊ້) ຢ່າງເປັນທາງການໃນ ຕົ້ນເດືອນ ພະຈິກ 2020 ນີ້, ລວມ ມູນຄ່າການກໍ່ສ້າງນັບທັງຮູບປັ້ນ ພະເຈົ້າໄຊເສດຖາທິລາດ ແລະ ຮູບຊ້າງ ພ້ອມທັງອະນຸສາວະລີ ປະມານ 39 ຕື້ກີບ.
ໂຄງການກໍ່ສ້າງອະນຸສາວະລີ ພະເຈົ້າໄຊເສດຖາທິລາດຊົງຊ້າງ ເຜືອກງານີບຄູ່ພະປາລະນີ ແມ່ນ ໂຄງການໜຶ່ງທີ່ສຳຄັນຂອງຊາວ ອັດຕະປື, ເພາະວ່າແຂວງອັດຕະ ປື ແມ່ນບ່ອນທີ່ພະອົງໄດ້ໄປສິ້ນ ພະຊົນຢູ່ທີ່ນັ້ນ. ສະນັ້ນ, ຈຶ່ງໄດ້ ພ້ອມກັນສ້າງອະນຸສາວະລີ ຂຶ້ນ ເພື່ອລະນຶກເຖິງບຸນຄຸນ, ຄຸນງາມ ຄວາມດີຂອງເພິ່ນທັງເປັນສະ ຖານທີ່ສຶກສາຮຽນຮູ້ ແລະ ປູກ ຈິດສຳນຶກໃຫ້ແກ່ຄົນຮຸ່ນຫຼັງເຫັນ ໄດ້ຄຸນງາມຄວາມດີຂອງພະເຈົ້າ ໄຊເສດຖາທິລາດທີ່ມີຕໍ່ແຜ່ນດິນ ລາວຂອງພວກເຮົາ.
ສຳລັບກິດຈະກຳຕ່າງໆທີ່ຈັດ ຂຶ້ນໃນລະຫວ່າງວັນທີ 21-26 ກໍລະກົດ ນີ້, ຈະແມ່ນພິທີທາງສາ ສະໜາ, ຮັບການບໍລິຈາກໂມທະ ນາຫຼັງຈາກນັ້ນຈະນຳໄປປະດິດ ສະຖານຢູ່ແຂວງອັດຕະປື ໃນວັນ ທີ 27-1 ສິງຫາ 2020 ໂດຍຈະ
ຄົບງັນຢູ່ບັນດາ ແຂວງທີ່ໄດ້ຜ່ານ
ເຊັ່ນ: ແຂວງບໍລິິ ຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳ
ປາສັກ ແຂວງລະ ໜຶ່ງຄືນ ແລ້ວ ນຳຂຶ້ນປະດິດສະຖານຢູ່ທີ່ອະນຸສາ
ວະລີ ທີ່ແຂວງອັດຕະປື ໃນວັນທີ 1 ສິງຫາ 2020 ນີ້.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















