ເຜີຍແຜ່ເອກະສານສຳລັບພະນັກງານນຳພາ-ບັນຊາ ຂອງເຫຼົ່າຮົບສື່່ສານທົ່ວແຂວງພາກໃຕ້
ເວລາອອກຂ່າວ: 2020-07-22 10:00:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 302 | ຄວາມນິຍົມ: ![]()
ໃນວັນທີ 8 ກໍລະກົດ 2020 ນີ້, ໂຄງການສື່ສານຮັບໃຊ້ການ ນຳ ແລະ ພາກລັດບໍລິຫານ ໄດ້ ເປີດກອງປະຊຸມເຜີຍແຜ່ເອກະ ສານສຳລັບພະນັກງານນຳພາ- ບັນຊາຂອງເຫຼົ່າຮົບສື່ສານ ກົມ ໃຫຍ່ເສນາທິການ ກະຊວງປ້ອງ ກັນປະເທດ ທົ່ວແຂວງພາກໃຕ້, ໂດຍການເປັນປະທານ ແລະ ເຜີຍ
ແຜ່ເອກະສານຂອງສະຫາຍ ພົນ ຈັດຕະວາ ຄຳຄິດ ໄຊສົງຄາມ
ຫົວໜ້າກົມສື່ສານ ກົມໃຫຍ່ເສນາ ທິການກອງທັບ, ມີຫົວໜ້າ ພາກໃຕ້ ພ້ອມຄະນະ, ຫົວໜ້າ 5 ສາຂາແຂວງ ແລະ ຫົວໜ້າ 18 ສູນສະຖານີທົ່ວພາກໃຕ້ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ໄດ້ຍົກໃຫ້ ເຫັນກ່ຽວກັບທິດນຳຂອງພັກ ແລະ ນະໂຍບາຍຂອງລັດ ທີ່ເປັນ
ພື້ນຖານໃຫ້ແກ່ການພັດທະນາ ລະບົບໂທລະຄົມມະນາຄົມ, ການ
ສື່ສານ ເພື່ອຮັບປະກັນໃຫ້ແກ່
ວຽກງານປ້ອງກັນຊາດປ້ອງກັນ ຄວາມສະຫງົບ, ການນຳພັກ-
ລັດ ທີ່ຕິດພັນໂດຍກົງກັບຄວາມ
ໝັ້ນຄົງຂອງຊາດ ໃນໄລຍະໃໝ່ ກຳລັງເລີ່ມຕົ້ນຫັນເຂົ້າສູ່ໃນຍຸກ
ຂໍ້ມູນ-ຂ່າວສານຕາມຄວາມ ຮຽກຮ້ອງຕ້ອງການຂອງວຽກ ງານ, ສະນັ້ນຈຶ່ງມີຄວາມຈຳເປັນ ອັນຮີບດ່ວນໂດຍສະເພາະໃນ ການເຊື່ອມໂຍງກັບອະນຸພາກພື້ນ ແລະ ສາກົນ ເພື່ອຮັບປະກັນໃຫ້ແກ່ ການພັດທະນາຄວາມໝັ້ນຄົງ ຂອງຊາດ. ພ້ອມນີ້ ສະຫາຍ ຍັງ ໄດ້ເນັ້ນໜັກໃຫ້ພະນັກງານ-ນຳ ພາ ມີແນວຄິດການເມືອງໜັກ ແໜ້ນເຊື່ອໝັ້ນຕໍ່ການນຳພາຂອງ ພັກ-ລັດ ເຂົ້າໃຈເລິກເຊິ່ງຕໍ່ສະ ພາບທີ່ມີການປ່ຽນແປງ, ມີ ຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນ ພາຍນອກໃຫ້ກວ້າງຂວາງ ເອົາໃຈໃສ່, ດຸໝັ່ນ, ຄົ້ນຄວ້າຮ່ຳ ຮຽນ ກຳໄດ້ທິດສະດີຫຼັກການ, ຍົກລະດັບວິຊາສະເພາະ ເພື່ອພັດ ທະນາຕົນເອງ ທາງດ້ານເຕັກໂນ ໂລຊີ ໃຫ້ມີຄວາມກ້າວໜ້າຂຶ້ນໄປ ເລື້ອຍໆ ແລະ ພ້ອມກັນເຮັດສຳ ເລັດໜ້າທີ່ໆການຈັດຕັ້ງພັກ-ລັດ ມອບໝາຍໃຫ້.
ໂດຍ: ຄຳແປງ ຟອງສະໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















