ຫົວໜ້າຫ້ອງການເມືອງໂຮງຮຽນກໍ່ສ້າງນາຍສິບ ເລກ 1 ລົງຢ້ຽມຢາມນັກຮຽນອອກເຄື່ອນທັບຊ້ອມຮົບ
ເວລາອອກຂ່າວ: 2020-07-22 10:02:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ: ![]()
ວັນທີ 14 ກໍລະກົດ 2020
ນີ້. ສະຫາຍ ພັນເອກ ບຸນຈັນ
ໂສລາວັນ ຄະນະປະຈໍາພັກ ໂຮງຮຽນ ຫົວໜ້າຫ້ອງການ ເມືອງ, ພ້ອມດ້ວຍຄະນະ ບັນ ດາອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງໂຮງຮຽນ, ກອງພັນ, ກອງຮ້ອຍ ແລະ ຕາງໜ້າໜ່ວຍ ຊາວໜຸ່ມ, ໜ່ວຍແມ່ຍິງໃນທົ່ວ ໂຮງຮຽນກໍ່ສ້າງນາຍສິບເລກ 1
ໄດ້ລົງຢ້ຽມຢາມການເຄື່ອນ ທັບຊ້ອມຮົບຂອງນັກຮຽນນາຍ ສິບ ຊຸດທີ 33 ໃຫ້ການຕ້ອນ ຮັບຂອງ ສະຫາຍ ພັນໂທ ລຸນທອງ ແກ້ວໂພໄຊ ຮອງຫົວ ໜ້າຫ້ອງເສນາ-ອົບຮົມຄະນະ ຊີ້ນໍາລວມໃນການເຄື່ອນທັບ, ພ້ອມດ້ວຍຄູ-ອາຈານ, ພາກ
ສ່ວນຮັບໃຊ້ ແລະ ນັກຮຽນ ເຂົ້າຮ່ວມ.
ສະຫາຍຄະນະຊີ້ນໍາລວມໄດ້ ລາຍງານຫຍໍ້ດ້ານດີ, ດ້ານຄົງ ຄ້າງ ເປັນຕົ້ນແມ່ນນັກຮຽນທຸກສະຫາຍໄດ້ປະຕິບັດຕາມແຜນ
ການ, ຂໍ້ກໍານົດ, ກົດລະບຽບຕ່າງໆ ຮັກສາໄດ້ຄວາມສາມັກຄີ ໃນ ການເຄື່ອນທັບຢ່າງເຂັ້ມງວດ. ໂອກາດນີ້, ສະຫາຍຫົວໜ້າຫ້ອງ ການເມືອງ ໄດ້ມີຄໍາເຫັນໂອ້ລົມ ຢ້ຽມຢາມຖາມຂ່າວບັນດາສະ ຫາຍທີ່ພວມປະຕິບັດໜ້າທີ່ ໃນການເຄື່ອນທັບໃນຄັ້ງນີ້ ແລະ ເນັ້ນໜັກໃຫ້ທຸກພາກສ່ວນເພີ່ມທະວີເປັນເຈົ້າການປະຕິບັດຂໍ້ ກໍານົດ, ກົດລະບຽບຂອງການ ເຄື່ອນທັບຊ້ອມຮົບໃຫ້ເຂັ້ມງວດ, ຍົກສູງໃນການບັນຊາອົບຮົມ-ຫັດແອບ, ເອົາໃຈໃສ່ຢ່າງມີ ຄວາມຮັບຜິດຊອບສູງ ແລະ ຮຽກຮ້ອງມາຍັງນັກຮຽນຈົ່ງພ້ອມກັນກໍາໃຫ້ໄດ້ທິດສະດີຫຼັກ ການບົດຮຽນຕົວຈິງຢູ່ພາກສະ ໜາມບັນຊາຈັງຫວະບາດກ້າວ ທາງສິລະປະຍຸດ-ຍຸດທະວິທີ ໃນການແກ້ໄຂກໍລະນີຕ່າງໆ ທີ່ຈະ ເກີດຂຶ້ນໃຫ້ມີຄວາມຊໍານິຊໍານານ ແລະ ຄ່ອງແຄ້ວ ມາໝູນໃຊ້ເຂົ້າ ໃນພາກເຄື່ອນທັບຊ້ອມຮົບຕົວ ຈິງໃຫ້ບັນລຸຜົນສໍາເລັດ, ພ້ອມ
ກັນອົດທົນເຖິງຈະມີອຸປະສັກ ໃນການເດີນທາງຂໍໃຫ້ທຸກພາກ ສ່ວນຜ່ານຜ່າ, ຮັກສາແໜ້ນ ຄວາມສາມັກຄີ ແລະ ຮັບປະກັນ ຄວາມປອດໄພໃຫ້ໄດ້ 100%. ພ້ອມດຽວກັນນັ້ນ, ສະຫາຍ ແລະ ອົງການຈັດຕັ້ງມະຫາຊົນຊາວ ໜຸ່ມ, ແມ່ຍິງໂຮງຮຽນ, ກອງ
ພັນ, ກອງຮ້ອຍໄດ້ມີຂອງຂວັນ ໃຈເລັກນ້ອຍມາມອບໃຫ້ຄູ-ອາ ຈານ ແລະ ນັກຮຽນໃນການ ເຄື່ອນທັບຊ້ອມຮົບບຄັ້ງນີ້ອີກ ດ້ວຍ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















