ທະຫານເມືອງຫຼາ ແຂວງອຸດົມໄຊ ເປີດຊຸດອົບຮົມການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2020
ເວລາອອກຂ່າວ: 2020-07-22 10:04:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 276 | ຄວາມນິຍົມ: ![]()
ວັນທີ 14 ກໍລະກົດ 2020 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີເປີດຊຸດອົບຮົມ-ຫັດ
ແອບການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ
ປະຈຳປີ 2020 ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ
ຫຸມພັນ ບຸບຜາຄຳ ເລຂາພັກ ເມືອງ ເຈົ້າເມືອງໆຫຼາ ປະ
ທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເມືອງ, ເປັນ ກຽດເຂົ້າຮ່ວມຂອງ ສະຫາຍ ພັນໂທ ວຽງໄຊ ຍົມມະລາ ຄະ
ນະພັກກອງບັນຊາການ ຮອງ ຫົວໜ້າຫ້ອງເສນາທິການທະ ຫານແຂວງ, ມີຄະນະພັກ-ຄະ
ນະບັນຊາ, ພະນັກງານຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ສີພັນ ຫົວໜ້າຂະແໜງອົບຮົມກອງ ບັນຊາການທະຫານເມືອງຫຼາ ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບການເມືອງ, ການທະ ຫານ ແລະ ພະລາທິການ-ເຕັກ ນິກ ປະຈຳປີ 2020 ທັງນີ້ເພື່ອ ເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານສິລະ ປະຍຸດ-ຍຸດທະວິທີ ໃຫ້ມີຄວາມ ຊຳນິຊຳນານ, ປັບປຸງລະບຽບ ແບບແຜນໃຫ້ເຂັ້ມແຂງປະຕິ ບັດຂໍ້ກຳນົດກົດລະບຽບຂອງ ກອງທັບ ກໍຄືຂອງກົມກອງ ວາງອອກ, ເພື່ອເຮັດໃຫ້ຂອບເຂດຮັບຜິດຊອບຂອງຕົນມີຄວາມສະຫງົບ ແລະ ປອດໄພໂດຍພື້ນຖານ. ການອົບຮົມ-ຫັດແອບໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 150 ວັນຈຶ່ງສໍາເລັດ.
ໃນຕອນທ້າຍໄດ້ຮັບຟັງ ການໂອ້ລົມຂອງ ສະຫາຍ ຫຸມພັນ
ບຸບຜາຄຳ ເຊິ່ງໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ, ພ້ອມ ທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນຳ ພາແນວຄິດເປັນກົກ, ຕັ້ງໜ້າ ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງການຮຽນ-ການສອນຢ່າງ ເຂັ້ມງວດ, ເພີ່ມທະວິຄວາມ ສາມັກຄີໃຫ້ເປັນປຶກແຜ່ນແໜ້ນ ໜາ, ພ້ອມກັນຍາດແຍງໄດ້ຄະ ແນນດີ, ຄະແນນເກັ່ງ ແລະ ນຳ ເອົາບົດຮຽນທີ່ໄດ້ຮໍ່າຮຽນມາ ໄປໝູນໃຊ້ໃນກົມກອງໃຫ້ໄດ້ຮັບ ຜົນດີ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















