ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຊາວໜຸ່ມ ວພກ ເຜີຍແຜ່ກອງປະຊຸມສາມັນ ຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ V ສະໄໝທີ VII
ເວລາອອກຂ່າວ: 2020-07-23 09:34:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ທ້າຍເດືອນມິຖຸນາ 2020, ພະແນກຊາວໜຸ່ມວິທະຍາຄານ ພະລາທິການກອງທັບ (ວພກ) ໄດ້ຈັດຕັ້ງເຜີຍແຜ່ເນື້ອຍໃນ ກອງປະຊຸມສາມັນຄົບຄະນະບໍ ລິຫານງານຊາວໜຸ່ມປະຊາຊົນ ປະຕິວັດ ລາວ(ຄຊປປລ) ຄັ້ງທີ V ສະໄໝທີ VII ແລະ ມອບໃບ ຢັ້ງຢືນນາມມະຍົດ 4 ບຸກ, ໄລຍະທີ 3 ປະຈຳປີ 2017-2019 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນສານ ຈັນທະສອນ ຫົວໜ້າຫ້ອງການ ເມືອງ ວພກ ກອງທັບ, ມີຄະ ນະໜ່ວຍຊາວໜຸ່ມ 6 ຫ້ອງ 2 ກອງພັນຕະຫຼອດຮອດ ບັນດາສະຫາຍສະມາຊິກຊາວ ໜຸ່ມທົ່ວ ວພກ ເຂົ້າຮ່ວມ. ສະຫາຍ ພັນຕີ ບົວພາ ນັນທະສີ ຫົວໜ້າພະແນກຊາວໜຸ່ມ (ວພກ) ໄດ້ເຜີຍແຜ່ເນື້ອໃນກອງປະຊຸມສາ ມັນຄົບ (ຄຊປປລ) ຄັ້ງທີ V ສະໄໝທີ VII, ໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງ ກອງປະຊຸມໃນຄັ້ງນີ້, ເຊິ່ງແມ່ນ ຂີດໝາຍສຳຄັນໃນລະບົບການ ຈັດຕັ້ງ ແລະ ຊີວິດການເມືອງ ຂອງ ຄຊປປລ ແລະ ຊາວໜຸ່ມ ເຍົາວະຊົນລາວບັນດາເຜົ່າ ແລະ ເປັນກອງປະຊຸມຜັນຂະຫຍາຍ ມະຕິຂອງກອງປະຊຸມຄົບຄະ ນະບໍລິຫານງານສູນກາງພັກ ຄັ້ງທີ IX ສະໄໝທີ X ທີ່ສຳເລັດ ລົງໃນເດືອນຕຸລາ 2019, ທັງ ເປັນໄລຍະສຸມໃສ່ປະຕິບັດບັນ ດາຄາດໝາຍໃຫຍ່ຂອງກອງ ປະຊຸມໃຫຍ່ ຄັ້ງທີ VII ຂອງຊາວ ໜຸ່ມ ແລະ ພວມຂຸ້ນຂ້ຽວໃສ່ກອງ ປະຊຸມໃຫຍ່ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດ ລາວແຕ່ລະຂັ້ນ, ເພື່ອກະກຽມ ສູ່ກອງປະຊຸມໃຫຍ່ຜູ້ແທນຊາວ ໜຸ່ມທົ່ວປະເທດ ຄັ້ງທີ VII ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຄຊປປລ ຄົບຮອບ 65 ປີໃນປີ 2020 ໃຫ້ເປັນຂະບວນການຟົດ ຟື້ນຢ່າງຕໍ່ເນື່ອງ. ຈາກນັ້ນ ສະຫາຍ ພັນຕີ ພອນສະຫວັດ ໄຊມະນີ ຮອງຫົວໜ້າພະແນກຊາວໜຸ່ມ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການອະນຸມັດມອບໃບຢັ້ງຢືນ ນາມມະຍົດ 4 ບຸກໃຫ້ບຸກຄົນ ແລະ ກົມກອງລວມໝູ່, ໃນນັ້ນໃຫ້ ບຸກຄົນຈຳນວນ 304 ສະຫາຍ ແລະ ກົມກອງລວມໝູ່ຈຳນວນ 23 ກົມກອງ. ໂດຍ: ບຸນຜົງ ອິນທະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ