ຜ່ານຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ໃຫ້ຄະນະຮັບຜິດຊອບຂຽນປື້ມປົກຂາວ ນະໂຍບາຍປ້ອງກັນຊາດ ຄັ້ງທີ V
ເວລາອອກຂ່າວ: 2020-07-24 09:55:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ: ![]()
ວັນທີ 22 ກໍລະກົດ 2020 ນີ້, ຢູ່ຫ້ອງປະຊຸມກົມວິທະຍາ ສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດ ກອງປະຊຸມເພື່ອປະກາດຜ່ານຂໍ້ ຕົກລົງຂອງກະຊວງປ້ອງກັນປະ ເທດ ແລະ ມອບໝາຍໜ້າທີ່ໃຫ້ ຄະນະຮັບຜິດຊອບຂຽນປຶ້ມປົກ ຂາວນະໂຍບາຍປ້ອງກັນຊາດຄັ້ງທີ V ຂຶ້ນໂດຍການເປັນປະ ທານຂອງສະຫາຍພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິ ທະຍາສາດ-ປະຫວັດສາດການ ທະຫານ, ມີບັນດາສະຫາຍຮອງ ຫົວໜ້າກົມ, ບັນດາສະຫາຍຜູ້ ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງ ວ່າການກະຊວງ, ກົມພົວພັນ, ກົມ 213 ແລະ ວິທະຍາຄານເຂົ້າ ຮ່ວມ.
ກອງປະຊຸມໄດ້ຮັບຟັງການ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ຖອດຖອນບົດຮຽນຮ່ວມກັນໃນ ຄະນະຮັບຜິດຊອບຂຽນປຶ້ມນະ ໂຍບາຍປ້ອງກັນຊາດຂອງ ສປປ ລາວ ໃຫ້ຖືກຕ້ອງຕາມຍຸດທະສາດ ຂອງຊາດ, ຂອງພັກ, ມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໂດຍຖືເອົາບົດຮຽນຂອງການ ຂຽນປຶ້ມນະໂຍບາຍປ້ອງກັນຊາດ ຄັ້ງທີ IV ຜ່ານມາ ໃນນັ້ນໄດ້ຖອດ ຖອນບົດຮຽນນຳບັນດາປະເທດ ເພື່ອນມິດຍຸດທະສາດໃນການ ຂຽນເພື່ອໃຫ້ການຂຽນມີຄວາມ ຄົບຖ້ວນ ແລະ ອຸດົມສົມບຸນພື້ນ ຖານນະໂຍບາຍປ້ອງກັນຊາດ ລາວກໍມີ 5 ວຽກໃຫຍ່ມາເປັນ ເນື້ອໃນຕົ້ນຕໍໃນນັ້ນມີວຽກງານ ການເມືອງ-ແນວຄິດໄດ້ກວມ ເອົາວຽກວັດທະນະທຳ-ສັງຄົມ, ວຽກງານເສນາທິການໄດ້ມີຫຼາຍ ວຽກກ່ຽວຂ້ອງໂດຍສະເພາະ ວຽກງານຊາຍແດນ, ວຽກງານ ປັບປຸງ ແລະ ກໍ່ສ້າງກຳລັງ, ວຽກ ງານພະລາທິການແມ່ນວຽກສຳ ຄັນໃນການລ້ຽງດູທັບການປັບ ປຸງກົມກອງຄ້າຍຄູ, ວຽກເຕັກ ນິກ-ເຕັກໂນໂລຊີດ້ານການທະ ຫານ ແລະ ວຽກງານພົວພັນຕ່າງ
ປະເທດຂອງກອງທັບໃນແຕ່ລະ ໄລຍະ.
ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ເນັ້ນໜັກໃຫ້ຄະນະທີ່ ໄດ້ຮັບການແຕ່ງຕັ້ງຄັ້ງນີ້, ຈົ່ງ ພ້ອມກັນນຳເອົາທິດຊີ້ນຳຂອງກະ ຊວງປ້ອງກັນປະເທດໄດ້ຈັດຕັ້ງ ຜັນຂະຫຍາຍລາຍງານຄະນະ ພັກ-ຄະນະບັນຊາ, ກົມກອງຂອງ ຕົນເພື່ອເກັບກຳຂໍ້ມູນໃຫ້ລະອຽດ ແລ້ວສົ່ງມາຍັງຄະນະຮັບຜິດຊອບ ເພື່ອສັງລວມເຂົ້າໃນອັນດຽວ ແລ້ວກະກຽມຜ່ານຄະນະຮັບຜິດ ຊອບຂັ້ນກະຊວງເພື່ອປັບປຸງເນື້ອ ໃນໃຫ້ລະອຽດ ແລະ ຈັດພິມໃຫ້ ທັນກຳນົດເວລາຄາດວ່າທ້າຍປີ 2020 ໃຫ້ໄດ້ສຳເລັດແຈກຢາຍ ຢ່າງທົ່ວເຖິງກັນທັງພາຍໃນ ແລະ ສາກົນໄດ້ຮັບຮູ້.
ໂດຍ: ສອນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















