ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ທີມບານສົ່ງຍິງ-ຊາຍກອງທັບ ຄອງແຊັມບານສົ່ງທົ່ວປະເທດ ປະຈຳປີ 2018
ເວລາອອກຂ່າວ: 2018-12-12 08:48:20 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 481 | ຄວາມນິຍົມ:



ທີມບານສົ່ງ ຍິງ-ຊາຍ ກອງ ທັບ ປະກາດສັກດາ ຄອງແຊັມ ບານສົ່ງ ທົ່ວປະເທດ ປະຈຳປີ 2018 ຊີງຂັນປະທານສະຫະ ພັນບານສົ່ງແຫ່ງຊາດລາວ (ສບ ລ) ແລະ ເປັນການຮັກສາແຊັມ ໄວ້ໄດ້ອີກສະໄໝ. ເມື່ອວັນທີ 9 ທັນວາ ຜ່ານມາ ທີ່ສະໜາມກີລາບານສົ່ງແຫ່ງ ຊາດລາວ (ຫຼັກ16) ເມືອງໄຊ ທານີ ນະຄອນຫຼວງວຽງຈັນ ໄດ້ ມີພິທີປິດການແຂ່ງຂັນ ແລະ ມອບເງິນອຸປະຖຳຂອງບໍລິສັດ ເບຍລາວ ຈຳກັດ ລວມມູນຄ່າ 135 ລ້ານກີບ ເພື່ອສະໜັບສະ ໜູນຫຼັກການແຂ່ງຂັນກີລາບານ ສົ່ງໃນຮົ່ມ ປະເພດທີມຍິງ-ຊາຍ ທົ່ວປະເທດ ຊີງຂັນທ່ານປະທານ ສບລ ຄັ້ງທີ 1 ປະຈຳປີ 2018, ໂດຍເປັນການກ່າວມອບຂອງ ທ່ານ ວຽງເພັດ ພັນທະວົງ ຫົວ ໜ້າຝ່າຍບໍລິຫານ ແລະ ກິດຈະ ກຳເພື່ອສັງຄົມ ບໍລິສັດ ເບຍລາວ ຈຳກັດ ແລະ ຕາງໜ້າກ່າວຮັບ ຂອງທ່ານ ສົມພູ ພົງສາ ຜູ້ຊ່ວຍ ລັດຖະມົນຕີກະຊວງ ສສກ, ທັງ ເປັນຮອງປະທານ ແລະ ເລຂາ ທິການ ຄະນະກຳມະການໂອ ລິມປິກແຫ່ງຊາດລາວ, ມີທ່ານ ຈັນສະໝອນ ຜ່ອງຈັນທາ ປະ ທານສະຫະພັນບານສົ່ງແຫ່ງ ຊາດລາວ ພ້ອມດ້ວຍຄະນະບໍລິ ຫານງານ ສບລ, ຄະນະນຳພາກ ສ່ວນທີ່ກ່ຽວຂ້ອງ, ຄູເຝິກ ແລະ ນັກກີລາ ຕະຫຼອດຮອດກອງເຊຍ ເຂົ້າຮ່ວມ. ທ່ານ ຈັນສະໝອນ ຜ່ອງ ຈັນທາ ກ່າວວ່າ: ການ​ແຂ່ງຂັນ​ຄັ້ງນີ້ຈັດຂຶ້ນກໍເພື່ອເປັນການສ້າງ ຂະບວນການສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບ ຮອບ 43 ປີ ແລະ ເປັນການຄັດ ເລືອກນັກກີລາທີ່ມີພອນສະຫວັນ ດີເດັ່ນກ້າວຂຶ້ນຕິດທີມຊາດກຽມ ສົ່ງເຂົ້າຮ່ວມການແຂ່ງຂັນໃນລະ ດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນໃນຕໍ່ໜ້າ. ສຳລັບປະເພດ ທີມຊາຍ ມີ 10 ທີມ ແບ່ງອອກ ເປັນ 3 ສາຍ ຄື: ສາຍ ເອ, ສາຍ ບີ ແລະ ສາຍ ຊີ, ​ເຊິ່ງໃນ​ຮອບ​ທຳ​ອິດແຂ່ງຂັນຄັດເລືອກເອົາທີມທີ່​ມີ​ຄະ​ແນນ​ອັນ​ດັບທີ 1-2 ແຕ່ລະ ສາຍ ຜ່ານເຂົ້າຮອບ 8 ທີມສຸດ ທ້າຍ ແລະ ຄັດເອົາທີ 3 ຈຳນວນ 2 ທີມທີ່ມີຄະແນນດີທີ່ສຸດເຂົ້າ ຮອບຕາມຫຼັງໄປ. ໃນນັ້ນ, ສາຍ ເອ ປະກອບມີ ແຊັມເກົ່າ ກອງ ທັບ, ທີມມິນິ ຊິກເຊັນ ວີຊີ, ກອງ ບັນຊາການປ້ອງກັນຄວາມສະ ຫງົບ ແຂວງວຽງຈັນ. ສ່ວນ ສາຍ ບີ ລາວເດີນອາກາດ ຫຼື ສະ ກາຍເວ, ແຂວງອຸດົມໄຊ, ສະໂມ ສອນແຂວງວຽງຈັນ ແລະ ສາຍ ຊີ ເຫຼົ່າຮົບລົດຕັງ-ຍານເກາະ, ຄະນະວິທະຍາສາດທຳມະຊາດ, ສະໂມສອນຟຣີແມນ ແລະ ກອງ ພົນທະຫານຮາບທີ 5. ສະເພາະ ປະເພດທີມຍິງມີ 6 ທີມ ແບ່ງ ອອກເປັນ 2 ກຸ່ມ ກຸ່ມລະ 3 ຄະ ນະແຕ່ລະກຸ່ມແຂ່ງຂັນພົບກັນ ໝົດ ຄັດເອົາທີ 1-2 ຜ່ານເຂົ້າ ຮອບ 4 ທີມສຸດທ້າຍ. ໃນນັ້ນ, ກຸ່ມ ເອ ມີແຊັມເກົ່າ ກອງທັບ, ກອງພົນທະຫານຮາບ ທີ 5, ສະໂມສອນວຽງຈັນ ແລະ ກຸ່ມ ບີ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ກະຊວງປ້ອງກັນ ຄວາມສະຫງົບ ຫຼື ປກສ ແລະ ສະຖາບັນຍຸດຕິທຳ. ໃນພິທີໄດ້ມີການແຂ່ງຂັນ ບານສົ່ງໃນຮົ່ມທີມຍິງ-ຊາຍ ນັດ ຊີງຊະນະເລີດ ແລະ ຊີງອັນດັບທີ 3. ໃນນີ້, ຄູ່ຊີງຊະນະເລີດປະ ເພດທີມຊາຍເປັນການພົບກັນ ລະຫວ່າງສະໂມສອນລາວເດີນ ອາກາດ ຫຼື ທະຫານອາກາດ ພົບ ກັບ ກອງທັບ ເຈົ້າຂອງແຊັມຂັນ ທ່ານລັດຖະມົນຕີກະຊວງສຶກສາ ທິການ ແລະ ກີລາ 3 ສະໄໝ ຊ້ອນ, ສ່ວນປະເພດທີມຍິງກອງ ທັບ ແຊັມຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກີ ລາ 3 ສະໄໝເຊັ່ນກັນ ພົບກັບ ທີມກົມວິທະຍາສາດ-ປະຫວັດ ສາດການທະຫານ, ເຊິ່ງຜົນປາ ກົດວ່າ: ກອງທັບສາມາດເອົາ ຊະນະ ລາວເດີນອາກາດ ໄປ ແບບຂາດຮອຍ 3-0 ເຊັດ ດ້ວຍ ຄະແນນ 28-26, 25-22 ແລະ 25-22 ຄະແນນ. ສ່ວນຊີງທີ 3 ກອງພົນທະຫານຮາບທີ 5 ແຂວງຈໍາປາສັກ ຊະນະ ເຫຼົ່າ ຮົບລົດຕັງ-ຍານເກາະ 3-2 ເຊັດ ດ້ວຍຄະແນນ 25-22, 25-21, 22-25, 26-28 ແລະ 15-11 ຄະແນນ. ຂະນະທີ່, ນັດຊີງຊະນະເລີດ ທີມຍິງກອງທັບ ກໍ່ບໍ່ນ້ອຍໜ້າທີມ ຊາຍເຊັ່ນກັນ ໄລ່ຊະນະ ກົມວິທະ ຍາສາດ-ປະຫວັດສາດໄປແບບ ຫວຸດຫວິດ 3-2 ເຊັດ ດ້ວຍຄະ ແນນ 21-25, 25-21, 25-16, 11-25 ແລະ 15-8 ຄະ ແນນ. ສ່ວນຊີງທີ 3 ກອງພົນ ທະຫານຮາບທີ 5 ຊະນະ ກະ ຊວງປ້ອງກັນຄວາມສະຫງົບ ຫຼື ປກສ 3-1 ເຊັດ ດ້ວຍຄະແນນ 14-25, 25-20, 25-18 ແລະ 25-13 ຄະແນນ. ສຳລັບ ລາງວັນຊະນະເລີດຂອງທັງ 2 ລາຍການດັ່ງກ່າວ, ແມ່ນໄດ້ເທົ່າ ກັນ ຄື: ອັນດັບທີ 1 ໄດ້ຮັບຂັນ ແຊັມ ພ້ອມເງິນສົດ 8 ລ້ານກີບ, ທີ 2 ໄດ້ຮັບລາງວັນເງິນສົດ 5 ລ້ານກີບ, ທີ 3 ໄດ້ຮັບລາງວັນ ເງິນສົດ 3 ລ້ານກີບ ແລະ ອັນດັບ ທີ 4 ໄດ້ຮັບລາງວັນເງິນສົດ 1,5 ລ້ານກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ