ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ກິລາອີສະປອດລາວ ເຂົ້າຮ່ວມລາຍການລະດັບຊາດທີ່ມາເລເຊຍ
ເວລາອອກຂ່າວ: 2018-12-14 11:40:43 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349219337 | ຄວາມນິຍົມ:



ວັນທີ11 ທັນວາ 2018 ຜ່ານ ມານີ້, ສະຫະພັນອີສະປອດໄດ້ມີ ການສົ່ງນັກກີລາເຂົ້າຮ່ວມການ ແຂ່ງຂັນກີລາອີເລັກໂຕຣນິກຊີງ ແຊັມນາໆຊາດ (World Elec tronic Sports Games 2018 Sea Finals) ຮອບຊີງ ຊະນະເລີດໂຊນອາຊີຕາເວັນ ອອກສ່ຽງໃຕ້ທີ່ປະເທດມາເລ ເຊຍ ເຊິ່ງມີຈຳນວນນັກກີລາ, ຄູເຝິກ ແລະ ຜູ້ນຳພາລວມທັງ ໝົດ ຈຳນວນ 29 ຄົນ ລວມມີ 6 ປະເພດກີລາ. ເຊິ່ງນັກກີລາໃນຈຳນວນນີ້ຈະ ເຂົ້າຮ່ວມການແຂ່ງຂັນໃນລະ ຫວ່າງວັນທີ13-16/12/2018 ແລະ ພວກເຮົາມາຮ່ວມໃຫ້ກຳ ລັງໃຈນັກກີລາຂອງລາວເຮົາສູ້ ຍາດເອົາໄຊຊະນະມາໃຫ້ໄດ້ແລະ ສະແດງໃຫ້ເຫັນນໍ້າໃຈນັກກີລາ ຂອງລາວເຮົາອອກສູ່ສາຍຕາ ຕ່າງຊາດ. ສຳລັບລາຍຊື່ຄະນະນຳພາ, ຄູ ເຝິກ ແລະ ນັກກີລາມີຄືດັ່ງນີ້: ຄະ ນະນຳພາທ່ານ ວັນທະນາ ກຸນ ນະວັນ ຮອງປະທານ ແລະ ເລ ຂາທິການສະຫະພັນກີລາອີສະ ປອດແຫ່ງຊາດລາວ, ທ່ານ ວິ ທະຍາ ເລືອງວິຫານ ແອດມິນ ສະຫະພັນກີລາອີສະປອດແຫ່ງ ຊາດລາວ, ຄູເຝິກປະກອບມີ: ທ່ານ ທິນນະກອນ ການໍລາດ, ທ່ານ ເດດສະວັດ ພິນີດ ,ທ່ານ ເທບວິໄລ ເທບປັນຍາ, ທ່ານ ເທບທິລາ ສຸລິຍະຄຳຜາຍ, ທ່ານ ອານຸລັກ ລັດຕະນະລັງສີ ແລະ ທ່ານ ບຸນມີ ແກ້ວປະເສີດ, ນັກ ກີລາປະກອບມີ: ທ້າວ ໂທນີ່ ຂຸມ ເພັດສະວົງ, ທ້າວ ສຸລິຍາ ຂຸມ ເພັດສະວົງ, ທ້າວ ສິດທິພົງ ຄຸດ ທະນະຈິດ, ທ້າວ ຍຸດທະພິໄຊ ແສງຈັນ, ທ້າວ ອານຸສອນ ເພັດ ລາວອນ, ທ້າວ ເອກະໄຊ ໄຊ ວົງສາ, ທ້າວ ສິລິສິນ ສິລິພອນ, ທ້າວ ອານຸຊາ ທິທະວົງ, ທ້າວ ເຈມນາລົງ ແສງດາລາ, ທ້າວ ວິ ໃນ ພິຈິດ, ທ້າວ ອູ່ແກ້ວ ເວດຊະ ພົງ, ທ້າວ ສົມປະສິດ ໂຄດປັນ ຍາ, ທ້າວ ອານັດຊະຢາ ພົງສະ ຫວັດ, ທ້າວ ສິດທິໂຊກ ຈັນທະ ວົງສັກ, ທ້າວ ໂຊກດີ ພົມມະ ຈັກ, ທ້າວ ວິລະວຸດ ອິນທິວົງ, ທ້າວ ສິດທິໄຊ ມະນີບົດ, ທ້າວ ໄຊປັນຍາ ໄຊມົງຄຸນ, ທ້າວ ພິມ ມະສອນ ເມກສະຫວັນ, ທ້າວ ນັນທະນາກອນ ວົງໄຊ ແລະ ນາງ ວະນິດາ ກໍມະນີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ