ຫົວໜ້າ ຄຊກລ ລົງຕິດຕາມວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ພາກສະໜາມ
ເວລາອອກຂ່າວ: 2020-10-15 08:31:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ: ![]()
ວັນທີ 13 ຕຸລາ 2020 ນີ້, ທ່ານ ໂຈມແຍງ ແພງທອງ ສະຫວັດ ຫົວໜ້າຫ້ອງການຄະນະ ກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລູກລະເບີດບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ຮ່ວມກັບອົງການກອຍ ກາປະຈໍາລາວນໍາໂດຍ ທ່ານ ຊັງ ຈຸນຄິມ ຮອງຫົວໜ້າອົງການກອຍ ກາ ແລະ ທ່ານ ນາງ ແຄັດເທີລິນ ພວງ ຮອງຜູ້ຕາງໜ້າອົງການ (ສປຊ) ເພື່ອການພັດທະນາປະຈໍາ ສປປ ລາວ ໄດ້ລົງເຄື່ອນໄຫວກວດກາວຽກງານກວດກູ້ລະເບີດທີ່ ບໍ່ທັນແຕກ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ໂດຍການຕ້ອນ ຮັບຂອງ ທ່ານ ກີ ຊົງລາວາງ ຄະນະປະຈໍາພັກເມືອງພ້ອມດ້ວຍພະນັກງານຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ເມືອງຄໍາເກີດ.
ໃນໂອກາດດັ່ງກ່າວ ທ່ານ ກີ ຊົງລາວາງ ໄດ້ຕາງໜ້າໃຫ້ການນໍາເມືອງລາຍງານກ່ຽວກັບການປະຕິບັດໜ້າທີ່ວຽກງານໃນການສໍາຫຼວດ, ກວດກູ້ ແລະ ທໍາລາຍ ລະເບີດຂອງອົງການກວດກູ້ລະເບີດເພື່ອມະນຸດສະທໍາ 58 ກອງ ທັບປະຊາຊົນລາວທີ່ປະຕິບັດໜ້າ ທີ່ຢູ່ເມືອງຄໍາເກີດໃນເດືອນ 1- 9 ສາມາດປະຕິບັດໄດ້ທັງໝົດ 33 ບ້ານ; ສໍາຫຼວດເນື້ອທີ່ໄດ້ທັງ ໝົດ 3.981.124,5 ຕາແມັດ ( 398,11 ເຮັກຕາ ); ພົບເຫັນ ແລະ ທໍາລາຍລະເບີດໄດ້ທັງໝົດຄື: ພົບ ແລະ ທໍາລາຍລະເບີດຊະນິດ BLU 26 ຈໍານວນ 168 ໜ່ວຍ. ພົບບົ່ມ 20 ປອນ ຈໍານວນ 1 ໜ່ວຍ. ພົບຟິວ FMU54/B ຈໍານວນ 2 ຟິວ. ພົບເຫັນລູກຈະຫຼວດ 2,75 ນີ້ວ ຈໍານວນ 2 ລູກ. ພົບເຫັນຫົວລູກປືນ 20 ມມ ຈໍານວນ 97 ຫົວ. ພົບເຫັນ ລູກປືນຄົກ60 ຈໍານວນ 1 ລູກ. ພົບ
ເຫັນຟິວລະເບີດມືຊະນິດ F37 ຈໍາ ນວນ 1 ຟິວ. ພົບເຫັນລູກ RPG 3.75 ນີ້ວ ຈໍານວນ 2 ລູກ. ພົບ ເຫັນລູກປືນໃຫຍ່ 105 ມມ ຈໍານວນ 1 ລູກ. ພົບເຫັນລະເບີດຊະນິດ BLU3b ຈໍານວນ 1 ໜ່ວຍ. ພ້ອມ ດຽວກັນນັ້ນຄະນະຍັງໄດ້ໄປຢ້ຽມ ຢາມໂຮງຮຽນປະຖົມບ້ານທົ່ງ ວຽງຄໍາ ເພື່ອໂຄສະນາຜົນຮ້າຍ ຂອງລູກລະເບີດອີກດ້ວຍ.
ຈາກນັ້ນ, ຄະນະຍັງໄດ້ໄປຢ້ຽມ ຢາມສະໜາມກວດກູ້ລະເບີດເພື່ອ ສະນຸດສະທໍາ 58 ກອງທັບ ເຊິ່ງ ໄດ້ຮັບຟັງການລາຍງາານຈາກ ສະ ຫາຍ ພັນຕີ ສອນສີ ບຸນລືໄຕ ຜູ້ບັນ ຊາການກວດກູ້ພາກສະໜານ ເຊິ່ງ ສະຫາຍໄດ້ກ່າວວ່າ: ສະໝາມນີ້ ແມ່ນຕັ້ງຢູ່ຂອບເຂດຂອງ ບ້ານ ທົ່ງວຽງຄໍາ ເມືອງຄໍາເກີດ ແຂວງ
ບໍລິຄໍາໄຊ ເຊິ່ງເປັນດິນກະສິກໍາ, ບ່ອນທໍາມາຫາກິນຂອງປະຊາ ຊົນ ພາຍໃນບ້ານ ແລະ ບ້ານໃກ້ ຄຽງ ສະໜາມນີ້ມີເນື້ອທີ່ທັງໝົດ 61.994 ຕາແມັດ ແລະ ໄດ້ເລີ່ມ ລົງມືເຮັດການເກັບກູ້ ໃນວັນທີ 9/10/2020 ຄາດກະວ່າຈະໃຫ້ ສໍາ ເລັດ ໃນວັນທີ 10 /11/ 2020
ປັດຈຸບັນສາມາດເກັບກູ້ໄດ້ແລ້ວ 15,000 ຕາເມັດ, ຍັງຢູ່ 46,994
ຕາແມັດ, ຜ່ານການເກັບກູ້ພົບລະ ເບີດລູກຫວ່ານ BLU 26 ຈໍານວນ 5 ໜ່ວຍ ຊິ້ນສ່ວນສະເກັດບົ່ມ, ເສດສໍາພາວຸດ ແລະ ເສດເຫຼັກອຶ່ນໆຈໍານວນໜຶ່ງໃນວັນດຽວກັນນັ້ນຍັງໄດ້ຈັດພິທີທໍາລາຍລະເບີດຕື່ມອີກ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















