ຄອບຄົວສະຫາຍ ພົນໂທ ສຸວອນ ເລືອງບຸນມີ ມອບເຄື່ອງອຸປະໂພກ - ບໍລິໂພກໃຫ້ອົງການຈັດຕັ້ງມະຫາຊົນຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2020-10-22 10:31:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ: ![]()
ໃນວັນທີ 21 ຕຸລາ 2020
ນີ້, ທ່ານ ຈັນປະເສີນ ອຸນາພົມ ແລະ ທ່ານ ນາງ ສອນ ວິພາດາ
ເລືອງບຸນມີ ຕາງໜ້າໃຫ້ຄອບ ຄົວຂອງ ສະຫາຍ ພົນໂທ ສຸວອນ
ເລືອງບຸນມີ ໄດ້ນຳເອົາເຄື່ອງອຸປະ
ໂພກ-ບໍລິໂພກ ແລະ ຢາປົວພະ
ຍາດ ພ້ອມດ້ວຍເງິນສົດຈໍານວນ ໜຶ່ງ ລວມມູນຄ່າທັງໝົດ 7 ລ້ານ ກີບ ມອບໃຫ້ອົງການຈັດຕັ້ງມະ ຫາຊົນຊາວໜຸ່ມ-ແມ່ຍິງຫ້ອງ
ການເມືອງ ກົມໃຫຍ່ການເມືອງ
ກອງທັບ ເພື່ອນຳໄປຈັດຊື້ເຄື່ອງອຸ
ປະໂພກ-ບໍລິໂພກ ປະເພດຕ່າງໆ
ໄປມອບຕໍ່ໃຫ້ນາຍ ແລະ ພົນທະ ຫານທີ່ປະຈຳຢູ່ກອງປະຕິບັດ ງານ 205 ແລະ 207 ທີ່ພວມ
ປະຕິບັດໜ້າທີ່ຢູ່ເຂດທຸລະກັນ ດານຫ່າງໄກສອກຫຼີກ. ໂດຍການ ກ່າວຮັບຂອງ ທ່ານ ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງ ການເມືອງ ກົມໃຫຍ່ການເມືອງ ກອງທັບ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ໂອກາດນີ້, ທ່ານ ພັນເອກ
ບຸນເຫຼືອ ໄຊຍະເພັນ ໄດ້ສະແດງ ຄວາມຂອບໃຈຄອບຄົວ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ທີ່ເຫັນ
ໄດ້ຄວາມໝາຍ, ຄວາມສຳຄັນ
ຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈຶ່ງໄດ້ ມອບວັດຖຸປັດໄຈດັ່ງກ່າວ ໃຫ້ອົງ
ການຈັດຕັ້ງມະຫາຊົນຊາວໜຸ່ມ- ແມ່ຍິງຫ້ອງການເມືອງ ກົມໃຫຍ່
ການເມືອງກອງທັບໃນຄັ້ງນີ້, ພ້ອມທັງສັນຍາວ່າ ຈະນຳເອົາ
ເຄື່ອງອຸປະໂພກ-ບໍລິໂພກໄປມອບ
ຕໍ່ໃຫ້ພະນັກງານ-ນັກຮົບທີ່ປະຕິ ບັດໜ້າຢູ່ເຂດທຸລະກັນດານໄດ້
ກິນອີ່ມນຸ່ງອຸ່ນ, ມີຄວາມອຸ່ນອຽນ
ທຸ່ນທ່ຽງ, ເຮັດສຳເລັດໜ້າທີ່ອັນ ມີກຽດທີ່ພັກ-ລັດ, ປະເທດຊາດ ມອບໝາຍໃຫ້. ພ້ອມນີ້, ໄດ້ມອບ
ໃບກຽດຕິຄຸນໃຫ້ຜູ້ຕາງຄອບຄົວ ຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຢ່າງສົມກຽດ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















