ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ທະຫານແຂວງບໍລິຄຳໄຊ ເປີດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ V
ເວລາອອກຂ່າວ: 2020-10-23 10:55:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 324 | ຄວາມນິຍົມ:



vທະຫານແຂວງບໍລິຄຳໄຊ ເປີດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ V ປະຈຳສົກປີ 2020-2021 ໃນວັນທີ 15 ຕຸລາ 2020, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຮອງເລຂາຄະນະພັກ, ຫົວ ໜ້າການທະຫານ ກອງບັນຊາ ການທະຫານແຂວງບໍລິຄຳໄຊ, ມີສະຫາຍ ພັນເອກ ດວງສີ ພັນທະວົງ ຫົວໜ້າຫ້ອງການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແຂວງ, ມີຄະນະອຳ ນວຍການໂຮງຮຽນ, ອຳນາດ ການປົກຄອງບ້ານ, ຄູ-ອາຈານ ຕະຫຼອດຮອດນັກຮຽນກໍ່ສ້າງ ນາຍສິບຊຸດທີ V ເຂົ້າຮ່ວມ. ສະຫາຍ ພັນໂທ ຕິດ ໄຊປັນຍາ ຫົວໜ້າການທະຫານ ໂຮງຮຽນ ການທະຫານທ້ອງຖິ່ນ ໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາ ທິການກອງທັບ ວ່າດ້ວຍ ການ ອະນຸມັດເປີດຊຸດອົບຮົມກໍ່ສ້າງ ນາຍສິບ ຊຸດທີ V ຂອງໂຮງ ຮຽນການທະຫານທ້ອງຖິ່ນ ແຂວງບໍລິຄຳໄຊ ປະຈຳສົກປີ 2020-2021. ພ້ອມທັງ, ຜ່ານ ແຜນການອົບຮົມກໍ່ສ້າງນາຍສິບ ຊຸດທີ V, ມີນັກຮຽນກໍ່ສ້າງນາຍ ສິບ ທັງໝົດ 167 ສະຫາຍ, ບົດຮຽນທີ່ນຳມາອົບຮົມປະ ກອບມີ 3 ພາກ ຄື: ຄວາມຮູ້ທົ່ວ ໄປ ຈະໄດ້ຮຽນຄວາມຮູ້ພື້ນຖານ ພາສາອັງກິດ ແລະ ຄວາມຮູ້ ພື້ນຖານກ່ຽວກັບຄອມພິວເຕີ, ຄວາມຮູ້ວິຊາສະເພາະຈະໄດ້ຮຽນ ລະບຽບຂອງກອງທັບ, ກີລາກາ ຍະກຳກອງທັບ, ວິຊາການເມືອງ, ວິຊາເສນາທິການ, ວິຊາເຫຼົ່າ ຮົບ ແລະ ວິຊາສະເພາະຈະໄດ້ ຮຽນສິລະປະຍຸດທະຫານຮາບ, ປືນໃຫຍ່ແບກຫາບ, ຍຸດທະວິ ທີທະຫານຮາບ ແລະ ຈະໄດ້ຈັດ ຕັ້ງອົບຮົມ-ຫັດແອບຊ້ອມຮົບ, ຈຸດປະສົງກໍເພື່ອສ້າງພະນັກ ງານບັນຊາຂັ້ນໝູ່, ໝວດໃຫ້ກຳ ແໜ້ນທາງດ້ານສິລະປະຍຸດ-ຍຸດທະວິທີທະຫານຮາບມີຄວາມຊຳນິຊຳນານເປັນພື້ນຖານໃນການ ນຳພາບັນຊາ, ແນໃສ່ຮັບປະກັນເຮັດສຳເລັດໜ້າທີ່ຂອງຕົນ, ກໍຄືໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ຊຸດອົບຮົມກໍ່ສ້າງນາຍ ສິບຊຸດນີ້ຈະໄດ້ດຳເນີນໄປເປັນເວ ລາເວລາ 1 ປີ. ຕອນທ້າຍ ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຍັງໄດ້ໂອ້ລົມ ແລະ ຊີ້ທິດເຍືອງທາງ ກ່ອນ ອື່ນສະຫາຍໄດ້ແນະນຳໃຫ້ຄະ ນະອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ຄະນະຮັບຜິດຊອບ ຕ້ອງເອົາໃຈໃສ່ລົງຊີ້ນຳຊຸດອົບ ຮົມຢ່າງໃກ້ຊິດຕິດແທດ ເພື່ອ ເຮັດໃຫ້ແຜນການອົບຮົມຄັ້ງ ນີ້້ບັນລຸຕາມລະດັບຄາດໝາຍທັງ ປະລິມານ ແລະ ຄຸນນະພາບ. ນັກຮຽນກໍ່ສ້າງນາຍສິບ ຕ້ອງ ເອົາໃຈໃສ່ສຶກສາຮໍ່າຮຽນເກັບ ກຳບັນດາເນື້ອໃນບົດຮຽນທີ່ ຄູ-ອາຈານຖ່າຍທອດໃຫ້, ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າ ທີ່ວຽກງານທີ່ພັກ-ລັດຂັ້ນເທິງ, ກໍຄືກົມກອງມອບໝາຍໃຫ້ໃນ ຕໍ່ໜ້າ. ພ້ອມນັ້ນ, ຕ້ອງຮັດແໜ້ນ ຄວາມສາມັກຄີກັບໝູ່ເພື່ອນ-ຄູອາຈານ, ກັບພໍ່ແມ່ປະຊາ ຊົນ ແລະ ອຳນາດການປົກ ຄອງບ້ານອ້ອມຂ້າງໃຫ້ແໜ້ນ ແຟ້ນ, ຄຽງຄູ່ກັນນັ້ນ, ຕ້ອງເອົາ ໃຈໃສ່ເພີ່ມພູນຜະລິດຜົນປູກ ຝັງ-ລ້ຽງສັດເພື່ອແນໃສ່ແກ້ໄຂ ຊີວິດການເປັນຢູ່ໃຫ້ດີຂຶ້ນ. ຈາກນັ້ນຜູ້ແທນເຂົ້າຮ່ວມຍັງ ໄດ້ຮັບຊົມການເດີນຂະບວນສວນ ສະໜາມຂອງນັກຮຽນກໍ່ສ້າງ ນາຍສິບຊຸດນີ້ຕື່ມອີກ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ