ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ປະກາດບົ່ງຕົວແຕ່ງຕັ້ງປ່ຽນແທນຮອງເລຂາໜ່ວຍພັກ ສູນ 14
ເວລາອອກຂ່າວ: 2020-10-23 10:55:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 325 | ຄວາມນິຍົມ:



v ໃນວັນທີ 14 ຕຸລາ 2020 ນີ້, ຢູ່ທີ່ສະໂມ ສອນສູນ 14, ກົມ ໃຫຍ່ເສນາທິການກອງທັບ ໄດ້ ປະກາດບົ່ງຕົວແຕ່ງຕັ້ງປ່ຽນ ແທນ ຮອງເລຂາໜ່ວຍພັກ ສູນ 14 ກົມໃຫຍ່ເສນາທິການກອງທັບ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ສົມພອນ ມິດຕະພອນ ຄະນະປະຈຳພັກກົມໃຫຍ່ ຫົວໜ້າ ກົມກຳລັງພົນ ກົມໃຫຍ່ເສນາທິ ການກອງທັບ, ມີສະຫາຍ ພັນໂທ ບຸນຍູ້ ດາວວິໄລ ເລຂາໜ່ວຍ ພັກ ຫົວໜ້າການທະຫານ ສູນ 14, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບພາຍໃນສູນ 14 ເຂົ້າຮ່ວມ. ສະຫາຍ ພັນໂທ ທອງວັນ ສິງວັນທາ ຫົວໜ້າພະແນກ ຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະປະຈຳພັກ ກົມໃຫຍ່ເສນາ ທິການກອງທັບ ວ່າດ້ວຍ ການ ບົ່ງຕົວແຕ່ງຕັ້ງປ່ຽນແທນຮອງ ເລຂາໜ່ວຍພັກ ສູນ14, ອີງຕາມ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ, ການບົ່ງຕົວແຕ່ງ ຕັ້ງ, ການຍົກຍ້າຍ, ການສີ້ນສຸດ ເປັນກຳມະການຄະນະພັກ, ອີງ ຕາມທິດທາງປັບປຸງບູລະນະການ ຈັດຕັ້ງນຳພາ-ບັນຊາໃນກອງ ທັບໃຫ້ມີຄວາມໜັກແໜ້ນ-ເຂັ້ມ ແຂງຮອບດ້ານ ເພື່ອເຮັດສຳ ເລັດໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່, ອີງຕາມການສະ ເໜີຂອງໜ່ວຍພັກສູນ 14 ແລະ ການຄົ້ນຄວ້າວຽກງານພັກ-ວຽກ ງານການເມືອງຂອງກົມໃຫຍ່ ເສນາທິການກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ພອນໄຊ ອ້ວນຄູນຄຳ ເປັນຮອງເລຂາ ໜ່ວຍພັກປ່ຽນແທນ ສະຫາຍ ພັນຕີ ຄຳເພັດ ວໍວິເສດ ທີ່ຍົກ ຍ້າຍໄປຮັບໜ້າທີ່ໃໝ່ຢູ່ກົມກຳ ລັງພົນກົມໃຫຍ່ເສນາທິການ ກອງທັບ. ໂອກາດດັ່ງກ່າວ, ຫົວໜ້າ ກົມກຳລັງພົນ ກົມໃຫຍ່ເສນາ ທິການກອງທັບ ໄດ້ໂອ້ລົມ ແລະ ຮຽກຮ້ອງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ວຽກງານຂອງຕົນ, ເປັນແບບ ຢ່າງນຳໜ້າທີ່ດີແກ່ມະຫາຊົນ. ຍົກສູງຄວາມສາມັກຄີເປັນປຶກ ແຜ່ນ, ມີຫົວຄິດປະດິດສ້າງ ແລະ ສຸມທຸກສະຕິປັນຍາ ເພື່ອພັດ ທະນາອົງການຈັດຕັ້ງພັກຂອງ ຕົນ ກໍຄືກົມກອງໃຫ້ມີຄວາມ ເຂັ້ມແຂງໜັກແໜ້ນເທື່ອລະກ້າວ, ມີຄວາມຈົງຮັກ, ພັກດີຕໍ່ອຸດົມ ການ, ຕໍ່ປະເທດຊາດ, ຮັກລະ ບອບໃໝ່, ຮັກບ້ານເກີດເມືອງ ນອນ, ຮູ້ຈຳແນກໄດ້ມິດສັດຕູ, ມີນ້ຳໃຈຊື່ສັດບໍລິສຸດ, ຕໍ່ພັກ, ຕໍ່ລັດ, ມີນ້ຳໃຈເສຍສະຫຼະເພື່ອຊາດ, ເພື່ອອຸດົມການສັງຄົມນິຍົມຢ່າງ ແທ້ຈິງ. ໂດຍ ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ