ຫ້ອງເຕັກນິກ ກອງພົນທີ 5 ປິດຊຸດອົບຮົມໄລຍະສັ້ນໃຫ້ພະນັກງານ-ນັກຮົບ
ເວລາອອກຂ່າວ: 2020-10-25 12:19:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 317 | ຄວາມນິຍົມ: ![]()
ວັນທີ 16 ຕຸລາ 2020 ນີ້, ຫ້ອງເຕັກນິກ ກອງພົນທີ 5 ໄດ້ປິດຊຸດອົບຮົມໄລຍະສັ້ນໃຫ້ພະນັກງານ-ນັກຮົບ, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ກຸມພົນ ແກ້ວວົງສາ ກຳ
ມະການຄະນະພັກກອງພົນ ຫົວ ໜ້າຫ້ອງເຕັກນິກກອງພົນທີ 5,
ມີຄະນະພັກ-ຄະນະບັນຊາ, ພະ
ນັກງານ-ນັກຮົບເຂົ້າຮ່ວມ.
ເອກະສານທີ່ນຳມາອົບຮົມ ໃນຄັ້ງນີ້, ລວມມີ 8 ເອກະສານ ຄື: ເດັດດ່ຽວປັບປຸງປົວແປງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ; ເຝິກຜົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ; ຕັ້ງ ໜ້າເຝິກຜົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງ ແບບແຜນວິທີເຮັດວຽກຂອງ ພະນັກງານ-ນັກຮົບໃນໄລຍະໃໝ່;
ໜ້າທີ່ຂອງພະນັກງານຂັ້ນໝູ່, ຂັ້ນໝວດ, ກອງຮ້ອຍ, ກອງພັນ; ວຽກງານຄຸ້ມຄອງທັບ, ສຶກສາ ທັບ ແລະ ລ້ຽງດູທັບກຽມພ້ອມສູ້
ລົບ; ມາລະຍາດພື້ນຖານຂອງ
ລາວ, ມາລະຍາດສັງຄົມ ແລະ
ມາລະຍາດສາກົນ ແລະ 3 ມະ
ຕິຂອງສູນກາງພັກ; ການຈັດຕັ້ງ
ອົບຮົມຄັ້ງນີ້, ກໍເພື່ອເປັນການ
ຍົກສູງຄວາມຮູ້, ຄວາມສາມາດ
ທັງເປັນການປັບປຸງແບບແຜນ
ວີທີເຮັດວຽກຂອງພະນັກງານ-
ນັກຮົບໃຫ້ມີຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ມີ
ສະຕິຕື່ນຕົວສູງ ປະກອບສ່ວນ
ເຂົ້າໃນການປະຕິບັດໜ້າທີ່ວຽກ
ງານທີ່ຕົນຮັບຜິດຊອບ ພ້ອມ
ດຽວກັນນັ້ນ, ກໍຍັງເປັນການ
ຍົກສູງບົດບາດໃນການຊີ້ນຳ-
ນຳພາສຶກສາອົບຮົມພະນັກງານ-ນັກຮົບປະຕິບັດຂໍ້ກຳນົດ, ກົດລະ ບຽບຂອງກອງທັບໃຫ້ເຂັ້ມງວດ ພ້ອມກັນເຮັດສຳເລັດໜ້າທີ່.
ໃນໂອກາດນີ້, ສະຫາຍ ພັນເອກ ກຸມພົນ ແກ້ວວົງສາ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່ໄດ້ພ້ອມກັນສຸມສະຕິ ປັນຍາເຂົ້າໃນການອົບຮົມດ້ວຍ ຄວາມຮັບຜິດຊອບສູງເຮັດໃຫ້ ການອົບຮົມບັນລຸຜົນສໍາເລັດ. ຈາກນັ້ນ, ໄດ້ເນັ້ນໜັກຄະນະ
ພັກ-ຄະນະບັນຊາເອົາໃຈໃສ່ ສຶກສາອົບຮົມການເມືອງແນວ ຄິດໃຫ້ພະນັກງານ-ນັກຮົບເປັນ
ປົກກະຕິ, ຍົກສູງພາລະບົດບາດ
ໃນການຊີ້ນຳ-ນຳພາຕໍ່ໜ້າ
ທີ່ວຽກງານທີ່ຕົນຮັບຜິດຊອບ
ເປັນຕົ້ນແມ່ນການປົກປັກຮັກ ສາບົວລະບັດຜັດເຊັດພາຫະ ນະອາວຸດກະສຸນ, ລົງເລິກໃກ້
ຊິດຕິດແທດ ຊີ້ນຳຂົງເຂດວຽກ
ງານທີ່ຕົນຮັບຜິດທັງນີ້, ເພື່ອ ຮັບປະກັນເຮັດສຳເລັດໜ້າທີ່ ທີ່
ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















