ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຫວຽດນາມຄອງຂັນແຊັມເຕະບານ ຊິງແຊັມອາຊຽນປະຈຳປີ 2018
ເວລາອອກຂ່າວ: 2018-12-18 09:25:43 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 447 | ຄວາມນິຍົມ:



ທີມຊາດຫວຽດນາມປະກາດ ສັກດາຄອງຂັນແຊັມເຕະບານເອ ເອັຟເອັຟ ຊຸຊຸ ກິຄັບ 2018 ຫລື ການແຂ່ງຂັນເຕະບານຊີງແຊັມ ອາຊຽນ ປະຈຳປີ 2018 ຢ່າງ ສົມສັກສີ ຫລັງເອົາຊະນະທີມ ຊາດ ມາເລເຊຍ ໃນນັດທີສອງ 1-0 ປະຕູ ໃນຮອບຊີງຊະນະ ເລີດເຮັດໃຫ້ຄະແນນລວມຂອງ ຫວຽດນາມ ເອົາຊະນະ ມາເລ ເຊຍ 3-2 ປະຕູ. ໃນການແຂ່ງຂັນນັດທຳອິດ ຮອບຊີງຊະນະເລີດທີມຊາດ ຫວຽດນາມບຸກໄປສະເຫມີມາເລ ເຊຍ 2-2 ປະຕູ ມາໃນນັດສຸດ ທ້າຍທີ່ບ້ານຂອງຫວຽດນາມ ທີ່ຄອງຄວາມໄດ້ປຽບຢູ່ ແລະ ຫວຽດນາມ ກໍສາມາດເຮັດໄດ້ ສາມາດເອົາຊະນະທີມຊາດມາ ເລເຊຍ 1-0 ປະຕູ ໂດຍ ທີມຊາດ ຫວຽດນາມ ໄດ້ປະຕູໄຊໃນເຄິ່ງ ເວລາທຳອິດ, ເຄິ່ງເວລາທີສອງ ມາເລເຊຍບຸກຫນັກແຕ່ບໍ່ສາມາດ ເຈາະປະຕູຫວຽດນາມ ໄດ້ຫມົດ ເວລາຫວຽດນາມເອົາຊະນະມາ ເລເຊຍ ດ້ວຍຜົນປະຕູລວມ 3-2 ປະຕູ ຍາດໄດ້ຂັນແຊັມອາຊຽນ ໄປຄອງຢ່າງສົມສັກສີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ