ນັກກິລາລາວສ້າງຜົນງານໃນຕ່າງແດນ
ເວລາອອກຂ່າວ: 2018-12-18 09:26:36 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 470 | ຄວາມນິຍົມ:
ໃນໄລຍະນີ້ນັກກີລາລາວຫຼາຍ ປະເພດໄດ້ເຄື່ອນໄຫວເຂົ້າຮ່ວມ ແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ສາມາດສ້າງຜົນງານໄດ້ ຢ່າງໂດດເດັ່ນຫຼາຍພໍສົມຄວນ ບາງປະເພດກໍສາມາດໄດ້ເກີນ ຕາມການຄາດໝາຍ, ຫຼ້າສຸດນັກ ກີລາເພາະກາຍທີມຊາດລາວເຂົ້າ ຮ່ວມແຂ່ງຂັນຄັ້ງທຳອິດໃນການ ແຂ່ງຂັນກີລາເພາະກາຍຊີງແຊັມ ໂລກທີ່ປະເທດໄທ ໃນລະຫວ່າງ ວັນທີ 11-17 ທັນວາ 2018 ແລະ ກໍສາມາດຍາດໄດ້ອັນດັບທີ 3 ຢ່າງໜ້າຊົມເຊີຍຈາກປະເພດ ຍິງ ນາງ ພອຍໄພລິນ ພັນທະລີ, ສ່ວນປະເພດຊາຍລາວເຮົາສາ ມາດຍາດໄດ້ອັນດັບທີ 4 ຂອງ ໂລກ ຈາກທ້າວ ສັນຕິສຸກ ດວງ ແກ້ວມະນີ.
ຂະນະທີ່ການເຄື່ອນໄຫວຂອງ ທັບນັກກີລານັກຮຽນລາວທີ່ເຂົ້າ ຮ່ວມແຂ່ງຂັນງານມະຫະກຳກີລາ ມະຫາວິທະຍາໄລລາວ, ໃນອາ ທິດທີ່ຜ່ານມາລາວເຮົາສາມາດ ຍາດໄດ້ອີກ 1 ຫຼຽນຄຳ ຈາກ ນາງ ໂບວິລັກ ປະເພດຊຸດຕິງ
ຍິງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ