ນັກສຶກສາທິດສະດີການເມືອງ-ການປົກຄອງ ເມືອງຊຽງຮ່ອນ ເຄື່່ອນໄຫວຢ້ຽມຢາມ ກອງພັນໃຫຍ່ 301
ເວລາອອກຂ່າວ: 2020-12-08 09:21:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 385 | ຄວາມນິຍົມ: ![]()
v ທ້າຍເດືອນພະຈິກຜ່ານມາ, ທ່ານ ບຸນຈັນ ແກ້ວວິຊາ ຄະນະ
ປະຈໍາ ພັກເມືອງ ຮອງເຈົ້າເມືອງໆ ຊຽງຮ່ອນ ແລະ ທ່ານ ນາງ ບົວ ລະພາ ວົງວັນ ກຳມະການພັກເມືອງຫົວໜ້າໂຄສະນາອົບຮົມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ພ້ອມນັກສຶກສາທິດສະດີການ ເມືອງ-ການປົກຄອງ ຈຳນວນ 45 ຄົນ ໄດ້ເຄື່ອນໄຫວຢ້ຽມຢາມ ກອງພັນໃຫຍ່ 301 ພ້ອມທັງ ມອບວັດຖຸປັດໄຈ ແລະ ເຄື່ອງກີ
ລາຈໍານວນໜຶ່ງ ລວມມູນຄ່າ 3.540.000 ກີບ ກ່າວຮັບໂດຍ ສະຫາຍ ພັນໂທ ສົມດີ ຕິບອີນ ແສງ ຄະນະພັກກອງພົນ ຫົວໜ້າ ການທະຫານກອງພັນໃຫຍ່ 301 ພ້ອມຄະນະ. ຈາກນັ້ນ, ສະຫາຍ
v ທ້າຍເດືອນພະຈິກຜ່ານມານີ້, ກອງພັນ 415 ທະຫານແຂວງ
ຫຼວງພະບາງ ປິດຊຸດອົບຮົມ
ການເມືອງ-ການທະຫານ ປະຈໍາ
ປີ 2020, ໂດຍການເປັນປະທານ
ຂອງ ສະຫາຍ ພັນໂທ ຫຸມເພັງ
ທໍາ ມະວົງຈິດ ຮອງເລຂາຄະນະ
ພັກຮາກຖານ ຫົວໜ້າການທະ ຫານກອງພັນ 415, ມີຄະນະ
ພັກ-ຄະນະບັນຊາກອງພັນ, ກອງ
ຮ້ອຍຂຶ້ນກັບ ແລະ ພະນັກງານ-ນັກຮົບພາຍໃນກອງພັນດັ່ງກ່າວ ເຂົ້າຮ່ວມ.
ສະຫາຍ ພັນຕີ ວິສອນ ດວງ
ມະນີ ຄະນະພັກຮາກຖານ ຮອງ ຫົວໜ້າການເມືອງກອງພັນ 415
ໄດ້ສະຫຼຸບຖອດຖອນບົດຮຽນ ຄືນຜ່ານການຈັດຕັ້ງອົບຮົມ-ຫັດ
ແອບໃນໄລຍະຜ່ານມາ, ເຫັນວ່າ
ພະນັກງານ-ນັກຮົບ ໄດ້ເອົາໃຈ ໃສ່ອົບຮົມ-ຫັດແອບ, ປະຕິບັດຂໍ້
ກຳນົດ, ກົດລະບຽບຂອງກອງ ທັບຢ່າງເຂັ້ມງວດ ແລະ ມີຄວາມ
ສາມັກຄີເຊິ່ງກັນ ແລະ ກັນ ເຮັດ
ໃຫ້ບັ້ນອົບຮົມຄັ້ງນີ້ໄດ້ຮັບຜົນ
ສໍາເລັດຕາມຄາດໝາຍ. ຜ່ານ ການອົບຮົມ-ຫັດແອບທັງພາກ ທິດສະດີຫຼັກການ ແລະ ການ
ປະຕິບັດຕົວຈິງ ສາມາດຕີລາຄາ ຜົນໄດ້ຮັບພາກການເມືອງສາ ມາດປະຕິບັດໄດ້ 94%, ພາກ ລະບຽບປະຕິບັດໄດ້ 90%, ພາກ ສິລະປະຍຸດປະຕິບັດໄດ້ 85%, ພາກຍຸດທະວິທີປະຕິບັດໄດ້ 85%. ການອົບຮົມ-ຫັດແອບ ຄັ້ງນີ້ເປັນການປັບປຸງລະບຽບ ແບບແຜນໃຫ້ຮັດກຸມ ແນໃສ່ ເຮັດໃຫ້ພະນັງການ-ນັກຮົບມີ ຄວາມຊໍານານຄ່ອງແຄ້ວດ້ານ ສິລະປະຍຸດ-ຍຸດທະວິທີ ທັງເປັນ ການເຝິກຝົນກຳລັງແຮງກາຍ ໃຫ້ມີສຸຂະພາບແຂງແຮງຮັບ ປະກັນແກ່ການເຄື່ອນໄຫວ ເຮັດ
ສໍາ ເລັດໜ້າທີ່ການເມືອງກົມກອງ ຕາມທີ່ໄດ້ຮັບມອບໝາຍ.
ໂອກາດນີ້, ຍັງໄດ້ສະຫຼຸບຜົນ ຂອງການເຄື່ອນໄຫວເຂົ້າຮ່ວມ ວຽກງານກີລາກາຍຍະກໍາ ທີ່ກອງ
ບັນຊາການທະຫານແຂວງ ຫຼວງ ພະບາງ ຈັດຂຶ້ນເພື່ອຕ້ອນຮັບວັນ ສໍາ ຄັນຂອງຊາດ, ຂອງພັກ ແລະ
ຂອງກອງທັບຕື່ມອີກ.
ໂດຍ: ສົມພອນ ສຸວັນທອນ
v ໃນວັນທີ 3 ທັນວາ 2020, ກອງພັນໃຫຍ່
1 01 ໄດ້ປິດຂະບວນການແຂ່ງຂັນກີລາມວນຊົນ,
ໂດຍການເປັນປະທານຂອງ ສະຫາຍ ພັນເອກ
ບຸນຂຸ້ມ ສີຄຳໄຊ ຄະນະພັກກອງພົນທີ 1 ຫົວໜ້າ
ການເມືອງກອງພັນໃຫຍ່ 101, ມີຄະນະພັກ-ຄະນະ
ບັນຊາກອງພັນໃຫຍ່, ພະນັກງານ-ນັກຮົບຂະ ແໜງການທີ່ກ່ຽວຂ້ອງ ແລະ ນັກກີລາແຕ່ລະອົງການ ກົມກອງເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສົມຄິດ ສຸນິລອນ ຊ່ວຍວຽກ ຂະແໜງອົບຮົມ ກອງພັນໃຫຍ່101 ໄດ້ຜ່ານບົດສະ ຫຼຸບການສ້າງຂະບວນການແຂ່ງກີລາ ທັງນີ້, ເພື່ອ ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງ
ພັກ, ຂອງກອງທັບ ເວົ້າສະເພາະແມ່ນ ວັນຊາດ ທີ 2
ທັນວາ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຕໍ່
ເນື່ອງ ທັງເປັນການສ້າງຄວາມສາມັກຄີ ແລະ
ເຝິກຝົນກຳລັງແຮງກາຍໃຫ້ນາຍ ແລະ ພົນທະຫານ
ມີສຸຂະພາບແຂງແຮງສາມາດເຮັດສຳເລັດໜ້າທີ່
ຕາມການມອບໝາຍ. ຜົນການແຂ່ງຂັນກີລາ ແຕ່ລະປະເພດ ຄື: ກີລາເຕະບານ ທີ 1 ໝວດລົດ
ຫຸ້ມເກາະ, ທີ 2 ພະແນກພະລາທິການ, ທີ 3 ກອງ
ຮ້ອຍປືນໃຫຍ່ໜ້າດິນ; ບານສົ່ງຊາຍ ທີ 1 ພະແນກ
ເຕັກນິກ, ທີ 2 ພະແນກເສນາທິການ, ທີ 3 ກອງພັນ
598; ບານສົ່ງຍິງ ທີ 1 ໂຮງໝໍ 10 ຕຽງ 1, ທີ 2
ໂຮງໝໍ 10 ຕຽງ 2, ທີ 3 ພະແນກພະລາທິການ, ກະຕໍ້ ທີ 1 ກອງຮ້ອຍສື່ສານ, ທີ2 ໝວດລົດຫຸ້ມເກາະ, ທີ 3 ກອງພັນ 598; ເປຕັງຊາຍ ທີ 1 ໝວດລົດ
ຫຸ້ມເກາະ, ທີ 2 ພະແນກບໍລິຫານ, ທີ 3 ກອງຮ້ອຍ
ສື່ສານ ແລະ ເປຕັງຍິງ ທີ 1 ພະແນກບໍລິຫານ, ທີ 2
ກອງພັນ 598, ທີ 3 ໂຮງໝໍ 10 ຕຽງ; ສຳລັບກີລາ
ການທະຫານ ທີ 1 ພະແນກເສນາທິການ, ທີ 2 ໝວດປ້ອງກັນທີ່ຕັ້ງ, ທີ 3 ກອງຮ້ອຍສື່ສານ.
ໂດຍ: ສິນໄຊ ເພັດລັດຕະນະພັນໂທ ທອງສຸກ ຈັນມະນີ ເລຂາ
ພັກ ຫົວໜ້າການເມືອງ ກອງພັນ ໃຫຍ່ 301 ໄດ້ກ່າວສະແດງຄວາມ ຂອບໃຈຕໍ່ການນໍາ ເມືອງ ແລະ ນັກ
ສຶກສາທິດສະດີ ຮຸ່ນທີ 2 ທີ່ເຄື່ອນ ໄຫວຢ້ຽມຢາມພ້ອມທັງມອບວັດ ຖຸປັດໄຈ ແລະ ເຄື່ອງກີລາໃນຄັ້ງ
ນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາ ວ່າຈະນໍາ ເອົາວັດຖຸປັດໄຈ ແລະ
ເຄື່ອງດັ່ງກ່າວໄປແຈກຢາຍໃຫ້
ບັນດາກົມກອງຢ່າງທົ່ວເຖິງ ແລະ
ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.
ພ້ອມນັ້ນ, ຍັງໄດ້ສ້າງຂະບວນ
ການແຂ່ງຂັນກີລາເພື່ອຂໍ່ານັບ ຮັບຕ້ອນວັນສຳຄັນຕ່າງໆຂອງ ຊາດ, ຂອງພັກ, ຂອງກອງທັບ ໃຫ້
ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຕໍ່ເນື່ອງທັງເປັນການຮັດ ແໜ້ນຄວາມສາມັກຄີໃຫ້ນັບມື້ ແໜ້້ນແຟ້ນຍິ່ງໆຂຶ້ນ.
ໂດຍ: ຈອມແສງ ແສງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















