3 ກອງຮ້ອຍ ແລະ ອົງການຈັດຕັ້ງຊາວໜຸ່ມກອງພັນທີ 1 (ມ6) ໂຮງຮຽນວຽງໄຊ ເຂົ້າອວຍພອນຄະນະກອງພັນ
ເວລາອອກຂ່າວ: 2020-12-09 08:33:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 278 | ຄວາມນິຍົມ: ![]()
v ວັນທີ 2 ທັນວາ 2020 ນີ້. 3 ກອງຮ້ອຍ ແລະ ອົງການຈັດ ຕັ້ງຊາວໜຸ່ມໃນທົ່ວກອງພັນທີ 1 ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເຂົ້າອວຍພອນຄະ ນະກອງພັນຂອງຕົນເນື່ອງໃນ ໂອກາດວັນສະຖາປະນາ ສປປ
ລາວ ຄົບຮອບ 45 ປີ, ເປັນກຽດ ຕ້ອນຮັບຂອງ ສະຫາຍ ພັນຕີ
ທິດສະດີ ອຸດທະວົງ ຫົວໜ້າ ການເມືອງກອງພັນ ພ້ອມຄະນະ, ສະຫາຍ ພັນຕີ ບຸນເທືອງງານຊາວໜຸ່ມກອງພັນທີ 1 ພ້ອມຄະນະໄດ້ຕາງໜ້າຄະນະ ກອງຮ້ອຍ ແລະ ຊາວໜຸ່ມໃນ ທົ່ວກອງພັນ ນຳກະຕ່າຂອງຂວັນ ພ້ອມຄຳອວຍພອນໄຊອັນປະ ເສີດມາຍັງຫົວໜ້າການເມືອງ ກອງພັນພ້ອມຄະນະຈົ່ງມີສຸ ຂະພາບເຂັ້ມແຂງ, ແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ຊີ້ນຳ-ນຳພາໃກ້
ຊິດຕິດແທດໃນທຸກຂົງເຂດວຽກ ງານ, ນຳພາກົມກອງມີໂສມໜ້າ ແລະ ສີວິໄລກວ່າເກົ່າ.
ສະຫາຍຫົວໜ້າການເມືອງ ກອງພັນໄດ້ຕາງໜ້າໃຫ້ຄະນະ ກ່າວຮັບດ້ວຍຄວມພາກພູມໃຈ ແລະ ອວຍພອນໄຊມາຍັງຄະ ນະບັນຊາ 3 ກອງຮ້ອຍ, ຄະນະ
ບໍລິຫານງານ, ຄະນະໜ່ວຍຊາວ
ໜຸ່ມ ແລະ ສະມາຊິກຊາວໜຸ່ມ ໃນທົ່ວກອງພັນຈົ່ງມີສຸຂະພາບ ແຂງແຮງ, ມີຄວາມກ້າວໜ້າ ໃນໜ້າທີ່ການງານ, ສືບຕໍ່ຊີ້ນຳ-ນຳພາກອງຮ້ອຍ, ອົງການຈັດ ຕັ້ງຊາວໜຸ່ມດ້ວຍຄວາມຮັບ ຜິດຊອບສູງ ແລະ ນຳພາຂະ ບວນການຕ່າງໆ ຂອງກົມ ກອງກໍຄືຂະບວນການຊາວ ໜຸ່ມໃຫ້ມີຂະບວນການຟົດຟື້ນ, ຕໍ່ເນື່ອງໃນແຕ່ລະໄລຍະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















