ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ໂຮງຮຽນສ້ອມແປງລົດ-ເຮືອ ພ້ອມກັນສ້ອມແປງຟື້ນຟູເຮືອ 005,006 ແລະ 007
ເວລາອອກຂ່າວ: 2020-12-09 08:37:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 285 | ຄວາມນິຍົມ:



v ວັນທີ 27 ພະຈິກ ຜ່ານມາ, ໂຮງງານສ້ອມແປງລົດ-ເຮືອພ້ອມກັນສ້ອມແປງຟື້ນຟູເຮືອ 005, 006, 007, ໂດຍໄດ້ການຊີ້ ນໍາ ຂອງກົມຄຸ້ມຄອງລົດ, ໂດຍຕົກລົງເຫັນເອກະພາບອະນຸມັດສືບ ຕໍ່ສ້ອມແປງຟື້ນຟູບົວລະບັດເຮືອ ທີ່ປະຈຳການຢູ່ໂຮງງານສ້ອມ ແປງລົດ-ເຮືອ ມາເປັນເວລາ ນານແຕ່ປີ 1982 ເພື່ອໃຫ້ມີໃບໜ້າອັນໃໝ່ ແລະ ກຽມພ້ອມໃນການຮັບໃຊ້ໃນກົມກອງຢ່າງມີ ປະສິດທິພາບ, ມາຮອດປັດຈຸບັນ, ການບົວລະບັດສ້ອມແປງຟື້ນຟູເຮືອດັ່ງກ່າວໄດ້ມີບາດກ້າວປະສົບຜົນສໍາເລັດເກືອບ 95% ຍ້ອນໃຕ້ການຊີ້ນຳ-ນຳພາຂອງ ກົມຄຸ້ມຄອງລົດ, ກົມໃຫຍ່ເຕັກ ນິກສົມທົບກັບຄະນະພັກ-ຄະນະອຳນວຍການໂຮງງານສ້ອມແປງລົດ-ເຮືອ, ພ້ອມດ້ວຍອ້າຍນ້ອງທີ່ເປັນກຳລັງຫຼັກແຫຼ່ງ ອັນສຳຄັນໃນການເຂົ້າຮ່ວມ ການສ້ອມແປງຄັ້ງນີ້ອີກດ້ວຍ. ໂດຍ: ນ. ສົມສະເດັດ ແສງອາລຸນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ