ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ຮອງປະທານບໍລິສັດໂກເອໂກເຂົ້າອວຍພອນຄະນະນຳ ກອງບັນຊາການທະຫານແຂວງ ໄຊສົມບູນ
ເວລາອອກຂ່າວ: 2020-12-09 08:52:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1116 | ຄວາມນິຍົມ:



v ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນຊາດທີ 2 ທັນວາ ຄົບ ຮອບ 45 ປີ ແລະ ວັນຄ້າຍວັນ ເກີດປະທານ ໄກສອນ ພົມວິ ຫານ ຄົບຮອບ 100 ປີ. ໃນວັນ ທີ 1 ທັນວາ 2020 ນີ້, ສະຫາຍ ພັນເອກ ໂຮ່ ສີແໝ໋ງ ຮອງປະທານບໍລິສັດໂກເອໂກ ພ້ອມດ້ວຍຄະນະໄດ້ນໍາເອົາກະ ຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງໄຊ ສົມບູນ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຄໍາອິ້ງ ກິ່ງ ແກ້ວ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງໄຊສົມບູນ ພ້ອມ ດ້ວຍຄະນະ. ສະຫາຍຮອງປະທານບໍລິ ສັດ ໂກເອໂກ ໄດ້ກ່າວສະແດງ ຄວາມຮູ້ບຸນຄຸນມາຍັງຄະນະພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງທີ່ໄດ້ໃຫ້ ການພົວພັນຮ່ວມມື ແລະ ຊ່ວຍ ເຫຼືອບໍລິສັດຕະຫຼອດໄລຍະດຳ ເນີນທຸລະກິດຢູ່ແຂວງໄຊສົມບູນ ໃຫ້ບໍລິສັດເຮັດສຳເລັດໜ້າທີ່ ການເມືອງຂອງຕົນ. ໂອກາດນີ້, ສະຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ໄດ້ສະແດງ ຄວາມຂອບໃຈຢ່າງສູງມາຍັງ ສະຫາຍ ພັນເອກ ໂຮ່ ສີແໝ໋ງ ຮອງປະທານບໍລິສັດ ໂກເອໂກ ພ້ອມດ້ວຍຄະນະທີ່ໄດ້ເຂົ້າອວຍ ພອນໃນຄັ້ງນີ້, ເຊິ່ງເປັນການ ສະແດງໃຫ້ເຫັນມູນເຊື້ອອັນດີ ງາມ, ຄວາມສາມັກຄີມິດຕະ ພາບແບບພິເສດລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ກອງບັນຊາການທະຫານແຂວງ ໄຊສົມບູນ ກັບບໍລິສັດ ໂກເອໂກ ນັບມື້ເພີ່ມພູນຄູນສ້າງດີຂຶ້ນ. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ