ໂຮງຮຽນທິດສະດີການເມືອງກອງທັບ ຈັດພິທີມອບ - ຮັບເງິນນະໂຍບາຍອຸດໜູນເສຍຊີວິດໃຫ້ຄອບຄົວພະນັກງານ
ເວລາອອກຂ່າວ: 2020-12-25 08:26:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 510 | ຄວາມນິຍົມ: ![]()
ໃນວັນທີ 22 ທັນວາ 2020 ນີ້, ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດ ສະດີການເມືອງກອງທັບ ໄດ້ຈັດ ພິທີມອບ-ຮັບເງິນອຸດໜູນນະໂຍ ບາຍໃຫ້ນາຍທະຫານເສຍຊີວິດ ໂດຍການເປັນປະທານ ແລະ ມອບເງິນຂອງ ສະຫາຍ ພັນເອກ
ປອ ວິໄລ ເພັດມີໄຊ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ໂຮງຮຽນທິດສະດີການ ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານທີ່ກ່ຽວ ຂ້ອງຕະຫຼອດ ຮອດຄອບຄົວ ສະ ຫາຍ ພັນໂທ ດາວວອນ ວິລະພົນ ອະດີດຫົວໜ້າພະແນກກໍາລັງພົນ ໂຮງຮຽນທິດສະດີການເມືອງ ກອງທັບເຂົ້າຮ່ວມ.
ທັງນີ້, ກໍເພື່ອເປັນການປະຕິ ບັດນະໂຍບາຍຂອງພັກ-ລັດກໍຄື ກອງທັບທີ່ມີຕໍ່ນາຍ ແລະ ພົນ ທະຫານໃນກອງທັບປະຊາຊົນ ລາວ ທີ່ໄດ້ປະກອບສ່ວນສໍາຄັນ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເພື່ອ ເປັນການລະນຶກບຸນຄຸນຕໍ່ຜູ້ທີ່ມີ ຜົນງານຄຸນງາມຄວາມດີ ໃນ ການ ປະກອບສ່ວນເຫື່ອແຮງສະຕິປັນ ຍາເຂົ້າໃນພາລະກິດປະຕິວັດ ກໍ ຄືການປະກອບສ່ວນສ້າງກົມ ກອງຂອງຕົນ ແລະ ປະຕິບັດໜ້າ ທີ່ໃນກົມກອງທີ່ຜູ້ກ່ຽວສັງກັດ ເງິນຈໍານວນທີ່ມອບ-ຮັບໃນຄັ້ງນີ້ ມູນຄ່າ 106.144.500 ກີບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















