ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກອງພົນທີ 5 ມອບເງິນອຸດໜູນພັກການ ແລະ ເງິນອຸດໜູນເສຍຊີວິດ
ເວລາອອກຂ່າວ: 2020-12-28 09:18:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:



ໃນວັນທີ 23 ທັນວາ 2020 ນີ້ຢູ່ຫ້ອງການເມືອງກອງພົນທີ5 ໄດ້ຈັດຕັ້ງພິທີມອບເງິນອຸດໜູນເສຍຊີວິດ ແລະ ເງິນອຸດໜູນເທື່ອດຽວ ໃຫ້ແກ່ຄອບຄົວພະນັກງານ-ນັກຮົບ ໂດຍການເປັນປະທານຂອງສະຫາຍ ພັນໂທ ສາຍສະໜອນ ສາລີຄຳ ຮອງຫົວໜ້າຫ້ອງການເມືອງກອງພົນທີ 5 ມີພະແນກການ, ພະນັກງານວິຊາ ສະເພາະທີ່ກ່ຽວຂ້ອງພ້ອມດ້ວຍ ພະນັກງານ-ນັກຮົບ ຕ່າງໜ້າໃຫ້ ແກ່ຄອບຄົວຂອງຜູ້ເສຍຊີວິດເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສົມ ເພັດ ສີງຫາວົງ ຫົວໜ້າພະແນກ ພະນັກງານກອງພົນທີ 5 ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດສະບັບເລກທີ 1 588 / ກປທ , ລົງວັນທີ 16 / ມີນາ / 2020 ວ່າດ້ວຍການອະ ນຸມັດໃຫ້ນາຍທະຫານອອກການ ຮັບເງິນອຸດໜູນເທື່ອດຽວກະ ຊວງປ້ອງກັນປະເທດຕົກລົງ ໃຫ້ ພະນັກງານ-ນັກຮົບ ພັກການ ຈຳນວນ 3 ສະຫາຍໃນນີ້ມີຊັ້ນ ຮ້ອຍເອກ 2 ສະຫາຍ, ຊັ້ນຮ້ອຍ ໂທ 1 ສະຫາຍ ແລະ ນາຍສີບ ຈຳ ນວນ 2 ສະຫາຍ, ສີບເອກ 1 ສະ ຫາຍ ແລະ ວາທີ 1 ສະຫາຍ ຈາກ ນັ້ນກໍຍັງໄດ້ມອບເງິນອຸດໜູນເສຍ ຊີວິດໃຫ້ຄອບຄົວພະນັກງານ-ນັກ ຮົບ ຈຳນວນ 10 ສະຫາຍ. ໃນນີ້ອຸດໜູນໃຫ້ແກ່ຄອບຄົວ ພະນັກງານ ຈຳນວນ 5 ສະຫາຍ ແລະ ອຸດໜູນໃຫ້ຄອບຄົວ ນັກຮົບ ຈຳນວນ 5 ສະຫາຍ ລວມເງິນ ທັງໜົດ 775.276.160 ກີບ ( ເຈັດຮ້ອຍເຈັດສີບຫ້າລ້ານສອງ ແສນເຈັດສີບຫົກພັນໜື່ງຮ້ອຍຫົກສີບກີບ ) ກ່າວມອບໂດຍສະຫາຍ ພັນໂທ ສາຍສະໜອນ ສາລີຄຳ ຮອງຫົວໜ້າຫ້ອງການເມືອງ ກ່າວຮັບໂດຍບັນດາສະຫາຍ ຜູ້ ຕ່າງໜ້າໃຫ້ແກ່ຄອບຄົວຜູ້ເສຍ ຊີວິດ ແລະ ບັນດາສະຫາຍທີ່ຖຶກ ພັກການພ້ອມດ້ວຍພະນັກງານ, ພະແນກການທີ່ກ່ຽວຂ້ອງເປັນ ສັກຂີພິຍານ ໂອກາດດັ່ງກ່າວ ສະ ຫາຍ ພັນໂທ ສາຍສະໜອນ ສາລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດທີ່ບັນ ດາສະຫາຍ ຍາດມາໄດ້ໃນໄລຍະ ຜ່ານມາ ຈາກນັ້ນສະຫາຍຍັງໄດ້ ຮຽກຮ້ອງໃຫ້ພະນັກງານ-ນັກ ຮົບ ກໍຄືຜູ້ຕາງໜ້າໃນແກ່ຄອບ ຄົວຜູ້ທີ່ເສຍຊີວິດ ຈົ່ງພ້ອມກັນນຳ ໃຊ້ເງີນຈຳນວນດັ່ງກ່າວ ເຂົ້າວຽກ ງານທີ່ຈຳເປັນຂອງຄອບຄົວ ກໍ ຄືນຳໃຊ້ເຂົ້າການປັບປຸງແກ້ໄຂ ຊີວິດການເປັນຢູ່ຂອງຄອບຄົວ ໃຫ້ນັບມື້ດີຂຶ້ນ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງກອງທັບ ສຶກສາອົບຮົມລູກຫຼານໃຫ້ໄດ້ຮັບ ຮູ້ເຂົ້າໃຈຕໍ່ທິດທາງແຜນນະໂຍ ບາຍປ່ຽນແປງໃໝ່ຂອງພັກ, ຂອງ ລັດ ພາຍຫຼັງກັບຄືນທ້ອງຖິ່ນພູມ ລຳເນົາຂອງຕົນເອງແລ້ວ ກໍຕ້ອງ ເອົາໃຈໃສ່ປະຕິບັດລະບຽບກົດ ໜາຍບ້ານເມືອງໃຫ້ເຂັ້ມງວດ ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ ໃນຮຸ່ນຕໍ່ໆໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ