ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການທະຫານແຂວງ ຊຽງຂວາງ
ເວລາອອກຂ່າວ: 2020-12-28 09:29:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 586 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງຮອງຫົວໜ້າກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ຈັດຂຶ້ນ ໃນ ວັນທີ 24 ທັນວາ2020 ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງ ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີສະຫາຍ ພົນຈັດ ຕະວາ ຂັນທອງ ວົງອຳຄາ ເລ ຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງຊຽງຂວາງ, ມີສະຫາຍ ພັນໂທ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານກົມ ໃຫຍ່ການເມືອງກອງທັບ, ພ້ອມ ດ້ວຍມີຄະນະພັກ-ຄະນະກອງ ບັນຊາການທະຫານແຂວງ, ປກສ ແຂວງ, ກອງພັນໃຫຍ່ 702, 643, ໂຮງໝໍບໍລິເວນ 101, ຫ້ອງການ ປກຊ-ປກສ ແຂວງ, ພະນັກງານຫຼັກແຫຼ່ງ, ກອງບັນຊາການທະຫານເມືອງ, ພະແນກການທີ່ກ່ຽວຂ້ອງ, ກອງ ພັນນ້ອຍ, ກອງຮ້ອຍເອກະລາດ ເຂົ້າຮ່ວມ. ສະຫາຍ ພັນໂທ ວົງເພັດ ວົງ ສະຫວັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 4229 ກປທ ລົງ ວັນທີ 2 ພະຈິກ 2020 ວ່າດ້ວຍ ການແຕ່ງຕັ້ງຄະນະກອງບັນຊາ ການ, ຄະນະຫ້ອງຂອງກອງ ບັນຊາການທະຫານແຂວງຊຽງ ຂວາງ ແລະ ຂໍ້ຕົກລົງສະບັບເລກທີ 4241 ກປທ ລົງວນທີ 3 ພະຈິກ 2020 ວ່າດ້ວຍການອະນຸຍາດ ໃຫ້ນາຍທະຫານຢູ່ກອງບັນຊາ ການທະຫານແຂວງຊຽງຂວາງ ພັກການເພື່ອກຽມຮັບເບ້ຍບຳ ນານ. ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນ ໂທ ກິແກ້ວ ອາໄພພົງ ເປັນຮອງ ຫົວໜ້າການທະຫານ ທັງເປັນ ຫົວໜ້າຫ້ອງເສນາທິການ, ແຕ່ງ ຕັ້ງ ສະຫາຍ ພັນໂທ ເນັ່ງວົງເດືອນ ຢ່າ ເປັນຮອງຫົວໜ້າຫ້ອງການ ແລະ ບໍລິຫານ ແລະ ອະນຸຍາດ ໃຫ້ສະຫາຍ ພັນໂທ ບຸນຍືນ ໄມ ສົມແພງ ຮອງຫົວໜ້າການທະ ຫານ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ຊຽງຂວາງ ພັກການເພື່ອກຽມ ຮັບເບ້ຍ ບຳນານ, ໂອກາດເຂົ້າຮ່ວມພິທີ, ສະ ຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາກອງ ບັນຊການທະຫານແຂວງຊຽງ ຂວາງ ໂດຍສະເພາະຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ຈົ່ງພ້ອມ ກັນເອົາໃຈໃສ່ໃນການເຮັດໜ້າທີ່ ການເມືອງຂອງຕົນໃຫ້ມີຄວາມ ຮັບຜິດຊອບສູງ, ສືບຕໍ່ຊີ້ນຳ-ນຳ ພາກົມກອງ ແລະ ສ້າງກົມກອງ ໃຫ້ມີທ່າກ້າວອັນໃໝ່ພ້ອມທັງ ສ້າງຜົນງານໃນຫຼາຍໆດ້ານ ເພື່ອກະກຽມຕ້ອນຮັບວັນສ້າງ ຕັ້ງກອງທັບປະຊາຊົນລາວ ທີ່ຈະ ໝູນວຽນມາບັນຈົບຄົບຮອບ ອີກວາລະໜຶ່ງໃຫ້ມີຄວາມໝາຍ ຄວາມສຳຄັນ ແລະ ຟົດຟື້ນມ່ວນຊື່ນ. ຂ່າວ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ