ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ I ສະໄໝທີ V
ເວລາອອກຂ່າວ: 2021-01-07 08:56:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 612 | ຄວາມນິຍົມ:



ວັນທີ 6 ມັງກອນ 2021 ນີ້, ທີ່ກະຊວງປ້ອງກັນປະເທດໄດ້ ຈັດກອງປະຊຸມຄົບຄະນະບໍລິ ຫານງານພັກກະຊວງປ້ອງກັນ ປະເທດ ຄັ້ງທີ I ສະໄໝທີ V. ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ເລຂາຄະນະ ພັກກະຊວງ ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີບັນດາ ຮອງລັດຖະມົນຕີ, ຫົວໜ້າກົມ ໃຫຍ່ ແລະ ບັນດາກຳມະການຄະ ນະພັກກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳ ມະການສູນກາງພັກ, ຮອງເລຂາ ຄະນະພັກກະຊວງ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ ທັບ ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງ ພັກ ວ່າດ້ວຍ ການຮັບຮອງເອົາ ຄະນະບໍລິຫານງານພັກກະຊວງ ປ້ອງກັນປະເທດ ສະໄໝທີ V ປະກອບມີ 33 ສະຫາຍ ແລະ ຜ່ານຮ່າງແຜນການວຽກງານ ຈຸດສຸມຂອງຄະນະບໍລິຫານງານ ພັກ ກະຊວງປ້ອງກັນປະເທດ ໃນປີ 2021. ໃນກອງປະຊຸມບັນ ດາສະຫາຍຄະນະພັກກະຊວງ ປ້ອງກັນປະເທດຍັງໄດ້ຜັດປ່ຽນ ກັນປະກອບຄຳຄິດເຫັນໃສ່ຮ່າງແຜນການວຽກງານຈຸດສຸມໃນປີ 2021 ຢ່າງກົງໄປກົງມາ ແລະ ເປັນເອກະພາບ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະ ເໜີຜ່ານແຜນແບ່ງຄວາມຮັບຜິດ ຊອບຊີ້ນໍາຂອງຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ສະໄໝ ທີ V ພ້ອມທັງເນັ້ນໜັກໃຫ້ແຕ່ລະ ສະຫາຍໃນຄະນະພັກກະຊວງ ປ້ອງກັນປະເທດ ສະໄໝທີ V ເອົາ ໃຈໃສ່ຊີ້ນໍາ-ນໍາພາບັນດາວຽກ ງານຕ່າງໆໃຫ້ປະກົດຜົນເປັນຈິງ, ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ເຂົ້າສູ່ວຽກງານຕົວຈິງຂອງບັນດາກົມກອງໃນກຳລັງຫຼວງ-ກຳລັງທ້ອງຖິ່ນ, ກໍານົດແຜນວຽກຈຸດສຸມໃນຕໍ່ ໜ້າໃຫ້ແທດເໝາະກັບສະພາບ ແວດລ້ວມຕົວຈິງຂອງກອງທັບສ້າງກອງທັບໃຫ້ເຕີບໃຫຍ່ເຂັ້ມ ແຂງຮອບດ້ານ. ໂດຍ: ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ