ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ທະຫານນະຄອນຫຼວງວຽງຈັນ ມອບເງິນຊ່ວຍເຫຼືອກໍ່ສ້າງເຮືອນນອນໂສດ ພະແນກການເມືອງກອງພັນໃຫຍ່ 497
ເວລາອອກຂ່າວ: 2018-12-21 15:18:32 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 970 | ຄວາມນິຍົມ:



ເພື່ອເປັນການປະກອບສ່ວນ ເຂົ້າໃນການປັບປຸງເຮືອນນອນ ຂອງອ້າຍນ້ອງໂສດ ພະແນກ ການເມືອງກອງພັນໃຫຍ່ 497 ໃຫ້ມີຄວາມແຫນ້ນຫນາຖາວອນ ໃນສະເພາະຫນ້າ ແລະ ຍາວນານ ໃນວັນທີ 13 ທັນວາ 2018 ຜ່ານ ມານີ້ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວຫນ້າການເມືອງ ກອງບັນຊາການທະຫານນະ ຄອນຫລວງວຽງຈັນ ພ້ອມຄະ ນະໄດ້ເອົາເງິນສົດຈຳນວນ 130.000.000 ກີບ ມາມອບ ໃຫ້ກອງພັນໃຫຍ່ 497 ມີ ພັນເອກ ອຸດອນ ອ້ວນສັກດາ ເລຂາຄະນະ ພັກ ຫົວຫນ້າການທະຫານກອງ ພັນໃຫຍ່ 497, ມີບັນດາພະນັກ ງານຈາກຂະແຫນງການ, ພະ ແນກການທີ່ກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ໂອກາດນີ້ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ກໍໄດ້ກ່າວຈຸດ ປະສົງໃນການມອບເງິນຊ່ວຍ ເຫລືອກໍ່ສ້າງເຮືອນນອນຖາວອນ ຂອງອ້າຍນ້ອງໂສດ ທັງສະແດງ ຄວາມຫວັງວ່າຈຳນວນເງິນທີ່ ນຳມາມອບຊ່ວຍເຫລືອໃນຄັ້ງນີ້ ຈະເປັນສ່ວນຫນຶ່ງໃນການປະ ກອບສ່ວນຊ່ວຍເຫລືອ ແລະ ສະ ແດງໃຫ້ເຫັນເຖິງນໍ້າໃຈມິດຕະ ພາບ ແລະ ຄວາມສາມັກຄີຮັກ ແພງກັນຂຶ້ນໄປເລື້ອຍໆ. ໃນໂອກາດດັ່ງກ່າວ ພັນເອກ ອຸດອນ ອ້ວນສັກດາ ເລຂາຄະນະ ພັກ ຫົວຫນ້າການທະຫານກອງ ພັນໃຫຍ່ 497 ກໍໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງ ມາ ຍັງ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ທີ່ໄດ້ມອບເງິນຈຳ ນວນດັ່ງກ່າວເພື່ອຊ່ວຍເຫລືອ ເຂົ້າໃນການກໍ່ສ້າງເຮືອນນອນ ຂອງອ້າຍນ້ອງໂສດ ພະແນກ ການເມືອງ ເຊິ່ງເປັນການສະແດງ ໃຫ້ເຫັນເຖິງນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີຮັກແພງ ລະຫວ່າງກອງບັນຊາການທະ ຫານນະຄອນຫລວງວຽງຈັນ ແລະ ກອງພັນໃຫຍ່ 497 ທີ່ເຕັມ ໄປດ້ວຍເນື້ອໃນຄວາມໝາຍເລິກ ເຊິ່ງ. ໂດຍ: ຄອນສະຫວັນ ຄຳພິລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ