ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ ເອສພີຊີປະກັນໄພຊີວິດ ລາວ ມອບເງິນໃຫ້ກອງບັນຊາການ ທະຫານ ແຂວງ ໄຊຍະບູລີ
ເວລາອອກຂ່າວ: 2018-12-25 16:04:27 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນຕອນແລງຂອງວັນທີ 18 ທັນວາ 2018 ນີ້, ບໍລິສັດເອສ ພີຊີ( HPC) ປະກັນໄພຊີວິດລາວ ໄດ້ນຳເອົາເງິນສົດ ຈຳນວນ 10.000.000 ກີບ ມາມອບໃຫ້ ກອງບັນຊາການທະຫານແຂວງ ໄຊຍະບູລີ ເພື່ອເປັນການກະຕຸກ ຊຸກຍູ້ນ້ຳໃຈໃຫ້ນັກກີລາ ກອງບັນ ຊາການທະຫານແຂວງໄຊຍະບູ ລີ ທີ່ຈະໄປເຂົ້າຮ່ວມແຂ່ງຂັນກີ ລາທົ່ວກອງທັບທີ່ຈະຈັດຂຶ້ນໃນ ມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ ມ່ວນຊື່ນ ແລະ ເພື່ອຂ່ຳນັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ທີ່ຈະ ມາເຖິງ ກ່າວມອບໂດຍແມ່ນ ທ່ານ ສົມບູນ ລໍສະຫວັດ ຮອງ ຜູ້ອຳນວຍການບໍລິສັດ HPC ປະ ກັນໄພຊີວິດລາວ ແລະ ກ່າວຮັບ ໂດຍ ພັນເອກ ກູດ ພົມມາ ຫົວ ໜ້າການທະຫານ ກອງບັນຊາ ການທະຫານແຂວງ ໄຊຍະບູລີ ໂດຍຊ້ອງໜ້າພະນັກງານ ທີ່ກ່ຽວ ຂ້ອງເຂົ້າຮ່ວມ. ໃນໂອກາດດຽວກັນນີ້ ພັນເອກ ກູດ ພົມມາ ໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບ ແລະ ນັກກີລາ ສະ ແດງຄວາມຂອບອົກຂອບໃຈມາ ຍັງ ບໍລິສັດ HPC ປະກັນໄພຊີວິດ ລາວ ທີ່ໄດ້ຊຸກຍູ້ຂະບວນການ ວຽກງານຕ່າງໆຂອງກອງບັນຊາການທະຫານແຂວງໄຊຍະບູລີ ໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນ ສັນຍາວ່າຈະນຳເອົາວັດຖຸປັດ ໄຈດັ່ງກ່າວ ໄປນຳໃຊ້ເຂົ້າໃນ ວຽກງານການເຄື່ອນໄຫວຂອງຂະບວນການກີລາຂອງກອງບັນຊາການທະຫານແຂວງໄຊຍະບູລີ ຢ່າງເຫມາະສົມ. ໂດຍ: ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ