ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ປິດຊຸດອົບຮົມວຽກງານ ກວດ - ກູ້ລະເບີດເພື່ອມະນຸດສະທຳ ຊຸດທີ 4
ເວລາອອກຂ່າວ: 2021-03-23 08:34:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 959 | ຄວາມນິຍົມ:



ວັນທີ 15 ມີນາ 2021, ກົມ ຊ່າງແສງໄດ້ປິດຊຸດອົບຮົມວຽກ ງານກວດ-ກູ້ລະເບີດ ເພື່ອມະນຸດ ສະທໍາ ຊຸດທີ 4 ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພັນ ເອກ ວຽງໄຊ ໄຊສະໝອນ ກຳມະ ການຄະນະພັກອົງການກົມໃຫຍ່ ຫົວໜ້າກົມຊ່າງແສງ ກົມໃຫຍ່ ເສນາທິການກອງທັບມີ, ສະຫາຍ ພັນໂທ ຄຣາມົບ ຫົວໜ້າໜ່ວຍ ງານເກັບກູ້ລະເບີດກອງທັບແຫ່ງ ສະຫະພັນຣັດເຊຍ, ມີບັນດາໜ່ວຍ ງານ ຄູ-ອາຈານ, ຄູເຝິກປະຈໍາ ພາກສະໝານ ແລະ ນັກສຳມະນາ ກອນ 30 ສະຫາຍເຂົ້າຮ່ວມ. ສະຫາຍ ພັນຕີ ຕະການເຈັບ ຫົວໜ້າຄູເຝິກການຮຽນ-ການ ສອນໄດ້ລາຍງານໃຫ້ຮູ້ວ່າ: ການ ຈັດຕັ້ງເຝິກອົບຮົມ-ຫັດແອບດ້ານວຽກງານກວດ-ກູ້ລະເບີດ ໃນຄັ້ງນີ້, ໂດຍປະຕິບັດຕາມຂໍ້ຕົກ ລົງຂອງຫົວໜ້າໜ້າອົບຮົມສູນ ເກັບກູ້ລະເບີດສາກົນຂອງກໍາລັງ ປະກອບອາວຸດແຫ່ງສະຫະພັນ ຣັດເຊຍ ທີ່ດຳເນີນການອົບຮົມຢູ່ ສປປ ລາວ ແຕ່ວັນທີ 15 ມັງກອນ 2021 ເຖິງວັນທີ 12 ມີນາ 2021 ແມ່ນສໍາເລັດຕາມລະດັບຄາດ ໝາຍ, ເຊິ່ງມີຈໍານວນພົນນັກເຝິກ ອົບຮົມທັງໝົດ 30 ສະຫາຍ ໃຊ້ ເວລາ 2 ເດືອນ ຂອງການເຝິກອົບ ຮົມວຽກງານເກັບກູ້ລະເບີດໄລຍະ ສັ້ນ ໂດຍໄດ້ຜ່ານການສອບເສັງ ສາມາດສະຫຼຸບຕີລາຄາຂັ້ນເກັ່ງ 15 ສະຫາຍ,ເທົ່າກັບ 50% ແລະ ຂັ້ນດີ 15 ສະຫາຍ, ເທົ່າກັບ 50% . ສະຫາຍ ພັນເອກ ວຽງໄຊ ໄຊສະໝອນ ກໍໄດ້ໂອ້ລົມບັນດາ ສະຫາຍ ຄູ-ອາຈານ ແລະ ນັກສໍາ ມະນາກອນທີ່ໄດ້ຮັບການເຝິກອົບຮົມໃນຄັ້ງນີ້ຈົ່ງໄດ້ພ້ອມກັນເອົາ ໃຈໃສ່ບາງບັນຫານສຳຄັນພາຍ ຫຼັງຮຽນຈົບກັບຄືນກົມກອງ, ພ້ອມກັນນຳເອົາບົດຮຽນທີ່ໄດ້ ຮັບການສິດສອນຈາກຄູ-ອາຈານ ໄປນຳໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ແທດເໝາະກັບສະພາບເງື່ອນ ໄຂຢູ່ພາຍໃນກົມກອງສືບຕໍ່ຄົ້ນ ຄວ້າຮໍ່າຮຽນບົດຮຽນທີ່ໄດ້ຮຽນ ມາ ເພື່ອສ້າງເປັນບົດສອນນຳ ໃຊ້ເຂົ້າໃນການສິດສອນໃຫ້ພະ ນັກງານ-ນັກຮົບ ຢູ່ພາຍໃນກົມ ກອງຂອງຕົນ ແລະ ພ້ອມກັນຈັດ ຕັ້ງເຝິກອົບຮົມປະຈໍາປີໃຫ້ປະ ກົດຜົນເປັນຈິງໃ ສະເພາະໜ້າ ແລະ ຍາວນານ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ