ເປີດບໍລິສັດເບດເທເລຄອມຈຳກັດ
ເວລາອອກຂ່າວ: 2021-03-23 08:40:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ:
ພິທີເປີດບໍລິສັດເບດເທເລ ຄອມຈຳກັດ ໄດ້ຈັດຂຶ້ນທີ່ໂຮງ ແຮມລາວພລາຊາ ໃນວັນທີ 19 ມີນາ 2021 ນີ້, ໂດຍການເຂົ້າ ຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການເງິນ, ທ່ານ ທັນສະໄໝ ກົມມະສິດ ລັດຖະ ມົນຕີກະຊວງໄປສະນີໂທລະ ຄົມ ມະນາຄົມ ແລະ ການສື່ສານ, ທ່ານ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດແລະ ເຕັກໂນໂລຊີ, ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ຄຳຄິດ ໄຊສົງ ຄາມ ຫົວໜ້າກົມສື່ສານກະຊວງ ປ້ອງກັນປະເທດ, ປະທານ ສະພາ ບໍລິຫານ ບໍລິສັດ ເບດ ເທເລຄອມ ຈຳກັດ, ທ່ານ ນາງ ກິ່ງໂພເງິນ ພູມມະສັກ ອຳນວຍການໃຫຍ່ ບໍລິສັດ ເບດ ເທເລຄອມຈຳກັດ, ມີບັນດາຄະນະກົມ, ຄະນະພະ ແນກຈາກກະຊວງທີີ່ກ່ຽວຂ້ອງ, ຄະນະບໍລິຫານຈາກບໍລິສັດ ໂທ ລະຄົມ ແລະ ຄະນະບໍລິຫານກຸ່ມ ບໍລິສັດ AIF Group ເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ໄດ້ຂຶ້ນກ່າວປະຫວັດຄວາມເປັນມາຂອງການສ້າງຕັ້ງ ບໍລິສັດ ເບດ ເທເລຄອມ ຈຳກັດ ໂດຍຫຍໍ້: ບໍລິສັດ ເບດ ເທເລຄອມ ຈໍາກັດ ແມ່ນບໍລິສັດຮ່ວມລົງທຶນ ລະຫວ່າງ ບໍລິສັດລັດ ສະກາຍ ໂທລະຄົມ ແລະ ບໍລິສັດ ບີເອດເຄ ລົງທຶນ ແລະ ບໍລິການຈໍາກັດ, ໄດ້ຮັບການອະນຸມັດໃຫ້ສ້າງຕັ້ງ ໂດຍກະຊວງປ້ອງກັນປະເທດ ຕາມຂໍ້ຕົກລົງກະຊວງປ້ອງກັນ ປະເທດ ວ່າດ້ວຍການປັບປຸງບໍ ລິສັດ ລັດສະກາຍ ໂທລະຄົມ ແລະ ອະນຸຍາດໃຫ້ບໍລິສັດ ລັດສະກາຍ ໂທລະຄົມຮ່ວມກັບບໍລິສັດ ບີ ເອດເຄ ໃນການສ້າງຕັ້ງບໍລິສັດ ຮ່ວມທຶນ ເບດ ເທເລຄອມ ທັງປະ ຕິບັດຕາມສັນຍາຮ່ວມຮຸ້ນລະ ຫວ່າງ ບໍລິສັດລັດສະກາຍ ໂທລະ ຄົມ ແລະ ບໍລິສັດ ບີເອດເຄ ລົງທຶນ ແລະ ບໍລິການ ຈໍາກັດຜູ້ດຽວ ກົມ ສື່ສານ ກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ໄດ້ຮັບ ໄດ້ຮັບການສ້າງຕັ້ງເປັນບໍລິ ສັດ ສະກາຍໂທລະຄົມ ຈໍາກັດ ໃນເມື່ອກ່ອນຈາກກະຊວງການ ເງິນ ແລະ ໄດ້ປັບປຸງມາເປັນ ບໍລິສັດ ລັດສະກາຍ ໂທລະຄົມ ທີ່ໄດ້ສ້າງຕັ້ງ ໃນວັນທີ 7 ມີຖຸນາ 2011 ເປັນລັດວິສາຫະກິດ ທີ່ ດໍາເນີນກິດຈະການໃຫ້ບໍລິການ ໂທລະຄົມ ໂດຍນໍາໃຊ້ພື້ນຖານ ໂຄງລ່າງໂທລະຄົມ ຂອງກົມສື່ ສານກົມໃຫຍ່ເສນາທິການກະ ຊວງປ້ອງກັນປະເທດ, ເປົ້າໝາຍ ຫຼັກແມ່ນ ເພື່ອຮັບໃຊ້ ການນໍາພັກ-ລັດ, ວຽກງານ ປກຊ-ປກສ ແລະ ດໍາເນີນທຸລະກິດຮັບໃຊ້ສັງຄົມທົ່ວ ໄປທີ່ຜ່ານມາ ຈົນເຖິງປັດຈຸບັນ ບໍລິສັດລັດ ສະກາຍ ໂທລະຄົມ ໄດ້ນໍາໃຊ້ໂຄງລ່າງພື້ນຖານໂທ ລະຄົມ ຂອງກົມສື່ສານດໍາເນີນ ທຸລະກິດ ທີ່ມີລັກສະນະບໍລິຫານ ວິຊາການຕາມ 4 ໜ້າທີ່ໃຫຍ່ ຂອງກະຊວງປ້ອງກັນປະເທດ ວາງອອກ ໂດຍສະເພາະໜ້າທີ່ທີ 3 ຄື: ການສ້າງລາຍຮັບ ເພື່ອ ຮັບປະກັນໃຫ້ແກ່ການບໍາລຸງຮັກ ສາ, ການຂະຫຍາຍ ເຄື່ອຂ່າຍ ໃນ ຂົງເຂດວຽກງານ ປກຊ-ປກສ ແລະ ຮັບໃຊ້ການນໍາພັກ-ລັດ ກໍຄືການບໍລິການທົ່ວໄປບົນພື້ນ ຖານຕາມທິດເພິ່ງຕົນເອງ ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ມາຮອດປັດ ຈຸບັນ ເຫຼົ່າຮົບສື່ສານໄດ້ປະກອບ ສ່ວນເຂົ້າໃນວຽກງານການພັດ ທະນາເສດຖະກິດ-ສັງຄົມ ເປັນ ຄັ້ງທີ 2, ຄັ້ງທີ 1 ແມ່ນການ ຮ່ວມມືກັບ ບໍລິສັດ ໂທລະຄົມ VIETTEL ສສ ຫວຽດນາມ ເຊິ່ງແມ່ນ UNITEL ປັດຈຸບັນ. ຕໍ່ມາ, ເພື່ອເຮັດໃຫ້ການສ້າງ ເສດຖະກິດໄດ້ມີປະສິດທິຜົນດີ ຂຶ້ນ ແລະ ຫັນໄປສູ່ລະບຽບກົດ ໝາຍເທື່ອລະກ້າວ, ໂດຍປະຕິບັດ ຕາມແຈ້ງການຂອງລັດຖະບານ ບໍລິສັດລັດ ສະກາຍ ໂທລະຄົມ ແລະ ບໍລິສັດ ບີເອດເຄ ລົງທຶນ ແລະ ບໍລິການ ຈໍາກັດຜູ້ດຽວ ໄດ້ ເຊັນສັນຍາຮ່ວມທຸລະກິດ ສອງ ຝ່າຍ, ໂດຍບໍລິສັດ ບີເອດເຄ ລົງ ທຶນ ແລະ ບໍລິການ ຈໍາກັດ ໄດ້ຮັບ ຜິດຊອບໃນການໃຫ້ບໍລິການລູກ ຄ້າພາກທົ່ວໄປ ພ້ອມທັງສຸມໃສ່ ການລົງທຶນເຂົ້່າໃສ່ການຂະ ຫຍາຍຈຸດໃຫ້ບໍລິການທາງດ້ານ ໂທລະຄົມ ແລະ ການເຊື່ອມຕໍ່ທັງ ພາຍໃນ ແລະ ຕ່າງປະເທດ. ນັບ ແຕ່ນັ້ນເປັນຕົ້ນມາ ບໍລິສັດບີເອດ ເຄ ແມ່ນໄດ້ປະຕິບັດພັນທະຕາມ ສັນຍາສອງຝ່າຍ ໃນການໃຫ້ບໍລິ ການລູກຄ້າພາກທົ່ວໄປ ແລະ ສາມາດສ້າງລາຍຮັບ ໄດ້ດີພໍສົມ ຄວນເຊັ່ນໃນປີ 2018 ແມ່ນເພີ່ມ ຂຶ້ນຫຼາຍກວ່າ 24% ທຽບໃສ່ 2017. ນອກນີ້ຍັງໄດ້ປະກອບ ສ່ວນໃນການລົງທຶນຂະຫຍາຍ ລະບົບອຸປະກອນ ແລະ ຈຸດເຊື່ອມ ຕໍ່ຊາຍແດນ ເພື່ອບໍລິການລູກຄ້າ ຕ່າງປະເທດໄດ້ຢ່າງມີປະສິດທິ ຜົນ. ດັ່ງນັ້ນ ເພື່ອເປັນການກໍານົດ ແຜນພັດທະນາໂຄງລ່າງພື້ນຖານ ທີ່ມີຢູ່ໃຫ້ມີການຂະຫຍາຍຕົວ ທັນກັບການພັດທະນາຂອງເຕັກ ໂນໂລຊີການສື່ສານໃນແຕ່ລະໄລ ຍະ ແລະ ວາງຍຸດທະສາດການບໍ ລິການທາງດ້ານໂທລະຄົມໃຫ້ມີ ຄວາມຫຼາກຫຼາຍດ້ານຜະລິດຕະ ພັນ, ທັງໃຫ້ມີຄຸນນະພາບທັນສະ ໄໝ ແລະ ໃຫ້ກາຍເປັນຜູ້ນໍາໜ້າ ໃນການໃຫ້ບໍລິການດ້ານໂທລະ ຄົມຄົບວົງຈອນ ຈຶ່ງເຫັນວ່າ, ມີຄວາມຈໍາເປັນອັນຮີບດ່ວນໃນ ການຫັນປ່ຽນທຸລະກິດແບບເກົ່າ ມາເປັນການດໍາເນີນທຸລະກິດ ແບບຂາດຕົວ ຫຼື ເຕັມຮູບແບບ. ບໍລິສັດຮ່ວມທຶນ ຈຶ່ງໄດ້ສະເໜີຂໍປ່ຽນຮູບແບບການດໍາເນີນທຸລະ ກິດຂອງລັດ ບໍລິສັດ ສະກາຍ ໂທ ລະຄົມ ໃນປັດຈຸບັນມາເປັນບໍລິ ສັດຮ່ວມທຶນຄື ບໍລິສັດ ເບດເທ ເລຄອມ ຈໍາກັດ ໃຫ້ຖືກຕ້ອງຕາມ ລະບຽບກົດໝາຍຕາມແຈ້ງການ ຂອງຫ້ອງວ່າການລັດຖະບານ, ຕາມການຕົກລົງເຫັນດີຂອງ ທ່ານ ລັດຖະມົນຕີ ກະຊວງປ້ອງ ກັນປະເທດ ແລະ ສັນຍາຮ່ວມຮຸ້ນ ຂອງສອງຝ່າຍ. ຮູບແບບ ຂອງ ການຮ່ວມລົງທຶນຂອງ ບໍລິສັດ ເບດ ເທເລຄອມ ຈໍາກັດ ແມ່ນ ລັດ ຖືຮຸ້ນຕາງໜ້າໂດຍກົມສື່ສານກະ ຊວງປ້ອງກັນປະເທດ ກໍຄືບໍລິສັດ ສະກາຍ ໂທລະຄົມ 49% ແລະ ບໍລິສັດ ບີເອດເຄ ລົງທຶນ ແລະ ບໍລິການ ຈໍາກັດຖືຮຸ້ນ 51%. ການຂະຫຍາຍໂຄງລ່າງພື້ນ ຖານ ແລະ ອຸປະກອນໃໝ່ຕ້ອງ ຮັບປະກັນ 2 ເປົ້າໝາຍຄື: ໜຶ່ງ ຮັບປະກັນໃຫ້ແກ່ວຽກງານ ປກຊ- ປກສ ແລະ ການນໍາ ພັກ-ລັດເປັນ ກົກ, ສອງ ຮັບປະກັນໃຫ້ແກ່ການ ດໍາເນີນທຸລະກິດເປັນສໍາຄັນ. ລະ ບົບການຄຸ້ມຄອງ ແລະ ການນໍາ ໃຊ້ໂຄງລ່າງພື້ນຖານໂທລະຄົມ ແລະ ອຸປະກອນໂດຍບໍລິສັດເບດ ເທເລຄອມ ແມ່ນຈະມີການກໍາ ນົດລະບຽບການນໍາໃຊ້ສະເພາະ ທີ່ສອດຄ່ອງກັບລະບຽບການ ຂອງກະຊວງປ້ອງກັນປະເທດ ວາງອອກ ເພື່ອແນໃສ່ຮັບປະກັນ ວຽກງານປກຊ-ປກສ. ຈາກຜົນ ສໍາເລັດຂອງການຮ່ວມທຸລະກິດ ແລະ ດໍາເນີນການໃຫ້ບໍລິການ ດ້ານໂທລະຄົມ ລະຫວ່າງ ບໍລິ ສັດ ສະກາຍ ໂທລະຄົມ ແລະ ບໍລິສັດ ບີເອດເຄ ລົງທຶນ ແລະ ບໍລິການ ຈໍາກັດ ໃນໄລຍະສັ້ນໆ ປະມານ 3 ປີເທົ່ານັ້ນ, ການນໍາ ພັກ-ລັດ ກໍເຫັນໄດ້ຄວາມສໍາຄັນ ໃນວຽກງານດັ່ງກ່າວ ແລະ ເຂົ້າ ໃຈໃນເຈດຈໍານົງຂອງການຮ່ວມ ລົງທຶນ, ທັງເປັນບາດກ້າວປະ ຫວັດສາດ ໃນການອະນຸຍາດໃຫ້ ບໍລິສັດຮ່ວມລົງທຶນລະຫວ່າງ ລັດວິສາຫະກິດກັບບໍລິສັດລົງ ທຶນຂອງຄົນລາວ , ທັງເປັນບໍລິສັດ ໜຶ່ງດຽວ ທີ່ໃຫ້ບໍລິການໂທລະຄົມ ປະເພດ 1 ໃນ ສປປ ລາວ. ເພື່ອ ບັນລຸເປົ້າໝາຍຕາມແຜນດໍາເນີນ ທຸລະກິດ ຂອງ ບໍລິສັດ ເບດເທ ເລຄອມ ໃນການພັດທະນາລະ ບົບການບໍລິການດ້ານໂທລະຄົມ ທີ່ມີຜະລິດຕະພັນຫຼາກຫຼາຍທາງ ເລືອກ ທັງຮັບປະກັນຄຸນນະພາບ ຂອງການບໍລິການໃຫ້ສັງຄົມ, ພ້ອມດຽວກັນກໍສາມາດສ້າງ ລາຍຮັບເພີ່ມຂຶ້ນ ໃຫ້ແກ່ບໍລິສັດ ກໍຄືການປະກອບສ່ວນໃຫ້ພາກ ລັດ ແລະ ສັງຄົມໃນອະນາຄົດ.
ໃນໂອກາດດຽວກັນນີ້ ທ່ານ ນາງ ກິ່ງໂພເງິນ ພູມມະສັກ ຜູ້ອຳນວຍ ການໃຫຍ່ ບໍລິສັດ ເບດ ເທເລຄອມ ຈຳກັດ ກໍໄດ້ມອບເງິນອຸປະຖຳງົບ ປະມານມູນຄ່າ 500 ລ້ານກີບ ໃຫ້ກອງພັນວິລະຊົນ ( ກອງພັນ 224) ເຫຼົ່າຮົບສື່ສານກະຊວງ ປ້ອງກັນປະເທດ ເພື່ອປະກອບ ສ່ວນເຂົ້າໃນການປັບປຸງກໍ່ສ້າງ ໂຄງລ່າງພື້ນຖານ ໃຫ້ມີບາດກ້າວ ຂະຫຍາຍຕົວຂຶ້ນເປັນກ້າວໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ