ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຊຸດທີ VIII ກ່າວສູນທອນພົດໄຂກອງປະຊຸມຄັ້ງປະຖົມມະລຶກສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2021-03-23 08:42:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 508 | ຄວາມນິຍົມ:



ຂໍຮຽນ: - ທ່ານ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ຄະ ນະບໍລິຫານງານສູນ ກາງພັກ, ນາຍົກລັດ ຖະມົນຕີ ທີ່ເຄົາລົບ ແລະ ນັບຖືຢ່າງສູງ! ຂໍຮຽນ: - ທ່ານ ບຸນຍັງ ວໍລະຈິດ, ປະ ທານປະເທດ ແຫ່ງສາ ທາລະນະລັດ ປະຊາ ທິປະໄຕປະຊາຊົນລາວ ທີ່ເຄົາລົບ ແລະ ນັບ ຖືຢ່າງສູງ! - ບັນດາທ່ານຜູ້ນໍາພັກ-ລັດ, ອະດີດການນໍາຂັ້ນສູງທີ່ນັບຖື! - ຄະນະປະທານກອງປະຊຸມ, ບັນດາທ່ານ ສະມາຊິກສະພາແຫ່ງ ຊາດ! - ບັນດາທ່ານແຂກ ທັງພາຍໃນ ແລະ ຕ່າງປະເທດ ທີ່ນັບຖື ແລະ ຮັກແພງ! ມື້ນີ້, ກອງປະຊຸມຄັ້ງປະຖົມ ມະລຶກຂອງສະພາແຫ່ງຊາດ ຊຸດ ທີ IX ໄດ້ໄຂຂຶ້ນຢ່າງສະຫງ່າຜ່າ ເຜີຍ ໃນຫໍສະພາແຫ່ງຊາດຫຼັງໃໝ່ ທີ່ສວຍງາມ ແລະ ເປັນສະຖາປັດ ຕະຍະກໍາ ທີ່ເປັນເອກະລັກອັນ ໂດດເດັ່ນຂອງຊາດລາວ, ເຊິ່ງເປັນຂອງຂວັນຈາກພັກ-ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ ພັກ-ລັດ ແລະ ປະຊາຊົນລາວ. ໂອກາດທີ່ມີຄວາມໝາຍ ສໍາຄັນນີ້, ກອງປະຊຸມຂໍສະແດງ ຄວາມຂ່ໍານັບຊົມເຊີຍ ແລະ ຕ້ອນ ຮັບທ່ານ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ນາຍົກລັດຖະ ມົນຕີທີ່ໃຫ້ກຽດເຂົ້າຮ່ວມກອງປະ ຊຸມຄັ້ງນີ້ ຢ່າງສຸດອົກສຸດໃຈ! ຂໍ ຊົມເຊີຍ. ກອງປະຊຸມຂໍສະແດງຄວາມ ຂ່ໍານັບຊົມເຊີຍ ແລະ ຕ້ອນຮັບ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ທີ່ໄດ້ໃຫ້ກຽດເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ຢ່າງສຸດອົກສຸດ ໃຈ! ຂໍຊົມເຊີຍ. ກອງປະຊຸມ ສະແດງຄວາມ ຍິນດີຕ້ອນຮັບບັນດາທ່ານຜູ້ນໍາ ພັກ-ລັດ, ບັນດາທ່ານອະດີດການ ນໍາຂັ້ນສູງ, ພະນັກງານປະຕິວັດ ອາວຸໂສ, ຜູ້ຊົງຄຸນວຸດທິ, ອະດີດ ສະມາຊິກສະພາແຫ່ງຊາດ, ບັນ ດາທ່ານຕາງໜ້າອົງການຈັດຕັ້ງ ພັກ-ລັດ ຂັ້ນສູນກາງ ແລະ ທ້ອງ ຖິ່ນ, ອົງການສູນກາງແນວ ລາວສ້າງຊາດ, ອົງການສະຫະ ພັນນັກຮົບເກົ່າ, ອົງການຈັດຕັ້ງ ມະຫາຊົນ, ບັນດາທຸຕານຸທູດ ແລະ ທ່ານຜູ້ຕາງໜ້າອົງການ ຈັດຕັ້ງສາກົນປະຈໍາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທີ່ໄດ້ໃຫ້ ກຽດເຂົ້າຮ່ວມກອງ ປະຊຸມຄັ້ງນີ້ ຢ່າງສຸດອົກສຸດໃຈ! (ຂໍຊົມເຊີຍ). ກອງປະຊຸມ ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍບັນ ດາທ່ານສະມາຊິກສະພາແຫ່ງ ຊາດ ຊຸດທີ IX ທີ່ໄດ້ຮັບຄວາມໄວ້ ວາງໃຈ ແລະ ຄວາມເຊື່ອໝັ້ນຈາກ ຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວ ປະເທດ ແລະ ໄດ້ເຂົ້າຮ່ວມກອງ ປະຊຸມຄັ້ງນີ້ຢ່າງພ້ອມພຽງ (ຂໍ ຊົມເຊີຍ). ບັນດາທ່ານ ທີ່ນັບຖື ແລະ ຮັກ ແພງ! ການເລືອກຕັ້ງສະມາຊິກສະ ພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ II ໃນວັນທີ 21 ກຸມພາ 2001 ຜ່ານມາ, ໄດ້ດໍາ ເນີນຂຶ້ນໃນບັນຍາກາດ ທີ່ພາຍ ຫຼັງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຫາກໍສີ້ນສຸດລົງດ້ວຍຜົນ ສໍາເລັດຢ່າງຈົບງາມ, ເຊິ່ງໄດ້ເປັນ ເງື່ອນໄຂທີ່ສໍາຄັນ ແລະ ຮັບປະ ກັນເຮັດໃຫ້ການດໍາເນີນການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ບັນລຸຜົນສໍາເລັດຕາມຄາດໝາຍທີ່ ກໍານົດໄວ້. ຜົນສໍາເລັດຂອງການ ເລືອກຕັ້ງດັ່ງກ່າວ, ໄດ້ສືບຕໍ່ຍົກ ສູງ ແລະ ເສີມຂະຫຍາຍສິດປະ ຊາທິປະໄຕ, ສິດເປັນເຈົ້າຂອງປະ ຊາຊົນລາວ ບັນດາເຜົ່າເຂົ້າຮ່ວມ ໃນການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ແລະ ສະມາຊິກສະ ພາປະຊາຊົນຂັ້ນແຂວງຂຶ້ນສູ່ລະ ດັບໃໝ່, ທັງເປັນການຍົກລະດັບ ສະຕິຕື່ນຕົວທາງການເມືອງ, ນ້ໍາໃຈຮັກຊາດ ແລະ ການເຕົ້າ ໂຮມຄວາມສາມັກຄີ, ຄວາມເຊື່ອ ໝັ້ນ ແລະ ຄວາມໄວ້ວາງໃຈຂອງ ປະຊາຊົນລາວບັນດາເຜົ່າ ຕໍ່ກັບ ການນໍາພາຂອງພັກລັດ ແລະ ຕໍ່ລະບອບປະຊາທິປະໄຕປະຊາ ຊົນລາວ ຂອງພວກເຮົາ. ນະໂອກາດນີ້, ຂ້າພະເຈົ້າຂໍ ເຊີນຊວນກອງປະຊຸມ ຈົ່ງໄດ້ຕົບ ມືຊົມເຊີຍ ຜົນສໍາເລັດແຫ່ງການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກສະ ພາປະຊາຊົນ ຂັ້ນແຂວງ ຊຸດທີ II ຢ່າງສຸດອົກສຸດໃຈ! (ຂໍຊົມເຊີຍ) ບັນດາທ່ານທີ່ນັບຖື ແລະ ຮັກ ແພງ! ໃນໄລຍະ 5 ປີຜ່ານມາ, ເຖິງວ່າ ສະພາບສາກົນ ແລະ ພາກພື້ນມີ ການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ, ມີທັງກາລະໂອ ກາດ ແລະ ສິ່ງທ້າທາຍທົດສອບ ຫຼາຍປະການລວມທັງການແຜ່ ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງ ແລະ ຂະຫຍາຍ ອອກສູ່ວົງກວ້າງໃນທົ່ວໂລກເຊິ່ງ ໄດ້ແກ່ຍາວມາຮອດປັດຈຸບັນ, ໄດ້ ສົ່ງຜົນກະທົບທາງລົບຕໍ່ເສດ ຖະກິດໂລກເວົ້າລວມ ກໍຄືຕໍ່ການ ພັດທະນາປະເທດລາວ ພວກເຮົາ ເວົ້າສະເພາະ. ສໍາລັບພາຍໃນ ປະເທດ ກໍໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19 ດັ່ງກ່າວ, ຈາກໄພພິ ບັດທາງທໍາມະຊາດ ຢ່າງຮ້າຍ ແຮງ ແລະ ຕໍ່ເນື່ອງ, ຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ ແລະ ອື່ນໆ ໄດ້ສົ່ງຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງ ຄົມ ກໍຄື ຊີວິດການເປັນຢູ່ຂອງປະ ຊາຊົນລາວບັນດາເຜົ່າບໍ່ໜ້ອຍ. ແຕ່ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານສູນກາງ ພັກ, ດ້ວຍການເສີມຂະຫຍາຍ ຄວາມຮັບຜິດຊອບການເມືອງ ຂອງຄະນະພັກ, ຄະນະນໍາແຕ່ ລະຂັ້ນ ກໍຄືການເສີມຂະຫຍາຍ ຄວາມເປັນເຈົ້າການ, ຫົວຄິດປະ ດິດສ້າງຂອງປະຊາຊົນລາວບັນ ດາເຜົ່າ ໃນແຕ່ລະທ້ອງຖິ່ນຕາມ ທ່າແຮງບົ່ມຊ້ອນທີ່ມີ ແລະ ດ້ວຍ ການສະໜັບສະໜູນ, ການຊ່ວຍ ເຫຼືອຈາກບັນດາປະເທດເພື່ອນ ມິດ ແລະ ອົງການຈັດຕັ້ງສາກົນ ໄດ້ ເຮັດໃຫ້ການພັດທະນາເສດຖະ ກິດ-ສັງຄົມຂອງປະເທດ ໃນໄລ ຍະ 5 ປີ ຜ່ານມາ, ໄດ້ຂະຫຍາຍ ຕົວໂດຍສະເລ່ຍ ປະມານ 5,8% ຕໍ່ປີ, ລາຍຮັບງົບປະມານຂະ ຫຍາຍຕົວປະມານ 5,2%, ຊີວິດ ການເປັນຢູ່ຂອງປະຊາຊົນ ໄດ້ ຮັບການຍົກສູງຂຶ້ນເປັນກ້າວໆ, ປະເທດຊາດສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມ ມີຄວາມສະ ຫງົບ, ບົດບາດ ແລະ ອິດທິພົນ ຂອງ ສປປ ລາວ ຍັງສືບຕໍ່ໄດ້ຮັບ ການສະໜັບສະໜູນ ແລະ ຊ່ວຍ ເຫຼືອຈາກບັນດາປະເທດ ເພື່ອນ ມິດໃນໂລກ ແລະ ພາກພື້ນ, ຄຽງ ຄູ່ກັບຜົນສໍາເລັດທີ່ ກ່າວມານັ້ນ, ການພັດທະນາປະເທດພວກເຮົາ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ສະ ນັ້ນ ຄະນະພັກ ຄະນະນໍາໃນທຸກ ຂະແໜງການ ແລະ ທຸກຂັ້ນ ຈົ່ງ ໄດ້ເພີ່ມທະວີຄວາມຮັບຜິດຊອບ, ຄວາມສາມັກຄີພາຍໃຕ້ການ ນໍາພາຂອງພັກ, ມີຄວາມຕັດສິນ ໃຈສູງ ແລະ ມີຄວາມພະຍາຍາມ ຫຼາຍຂຶ້ນກວ່າເກົ່າ, ເປັນເຈົ້າການ ກໍາກາລະໂອກາດທີ່ເອື້ອອໍານວຍ, ສຸມໃສ່ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສືບຕໍ່ ສູ້ຊົນຈັດຕັ້ງປະຕິບັດບັນດາຄາດ ໝາຍ, ທິດທາງ, ນະໂຍບາຍ, ມາດຕະການທາງດ້ານເສດຖະ ກິດ-ສັງຄົມ ແລະ ດ້ານອື່ນໆ ທີ່ກໍາ ນົດໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ລັດ 5 ປີ ຄັ້ງທີ IX ໃນໄລຍະ 5 ປີ ຕໍ່ໜ້າໃຫ້ມີຜົນສໍາເລັດຮັບປະກັນ ເຮັດໃຫ້ການພັດທະນາປະເທດ ຊາດ ສືບຕໍ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນ ທ່ຽງ ແລະ ຍືນຍົງ. ບັນດາທ່ານທີ່ນັບຖື ແລະ ຮັກ ແພງ! ຕະຫຼອດໄລຍະ 5 ປີຜ່ານມາ, ໄປຄຽງຄູ່ກັບການສືບຕໍ່ເສີມຂະ ຫຍາຍຜົນສໍາເລັດແຫ່ງການຈັດ ຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງສະພາບັນດາຊຸດ ຜ່ານ ມາ, ສະພາແຫ່ງຊາດ ຊຸດທີ VIII ກໍໄດ້ເອົາໃຈໃສ່ປັບປຸງທາງດ້ານ ການຈັດຕັ້ງ, ຍົກລະດັບຂີດຄວາມ ສາມາດ ໃນການເຄື່ອນໄຫວວຽກ ງານທາງດ້ານນິຕິບັນຍັດ, ການ ຕົກລົງບັນຫາສໍາຄັນຂອງຊາດ ແລະ ຕິດຕາມກວດກາການປະ ຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນບັນດາອົງການ ຂອງລັດ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດລວມ ແຫ່ງການຈັດຕັ້ງປະຕິບັດສອງ ໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ. ຮຽນບັນດາທ່ານທີ່ນັບຖື ແລະ ຮັກແພງ! ປະຕິບັດຕາມວາລະດໍາເນີນ ກອງປະຊຸມ, ສະພາແຫ່ງຊາດ ຈະໄດ້ພິຈາລະນາ ແລະ ຕົກລົງ ບັນຫາສໍາຄັນພື້ນຖານຂອງປະ ເທດຊາດ ດັ່ງນີ້: 1. ຮັບຟັງການລາຍງານຜົນ ຂອງການເລືອກຕັ້ງ ແລະ ຢັ້ງຢືນ ຄຸນລັກສະນະຂອງສະມາຊິກສະ ພາແຫ່ງຊາດ ຊຸດທີ IX; 2. ພິຈາລະນາ ແລະ ຮັບຮອງ ກົງຈັກການຈັດຕັ້ງ ແລະ ບຸກຄະ ລາກອນຂອງອົງການອໍານາດ ແຫ່ງລັດ; 3. ພິຈາລະນາຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງ ລັດ 5 ປີ ຄັ້ງທີ IX ແລະ ແຜນງົບ ປະມານແຫ່ງລັດ 5 ປີ ຕໍ່ໜ້າ (2021-2025); 4. ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ 5 ປີ ຜ່ານມາ (2016-2020) ແລະ ທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ ຕໍ່ໜ້າ (2001-2005) ຂອງອົງການໄອຍະການປະຊາ ຊົນສູງສຸດ ແລະ ສານປະຊາຊົນ ສູງສຸດ; 5. ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ 5 ປີ ຜ່ານມາ (2016-2020) ແລະ ທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ ຕໍ່ໜ້າ (2021-2025) ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ; 6. ພິຈາລະນາ ແລະ ຮັບຮອງ ເອົາແຜນການເຄື່ອນໄຫວວຽກ ງານ 5 ປີ ຕໍ່ຫນ້າ (2011-2025) ຂອງສະພາແຫ່ງຊາດ ຊຸດທີ IX; 7. ພິຈາລະນາ ແລະ ຮັບຮອງ ເອົາແຜນການສ້າງ ແລະ ປັບ ປຸງ ກົດໝາຍ 5 ປີ ຕໍ່ໜ້າ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX. ບັນດາທ່ານ ທີ່ນັບຖື ແລະ ຮັກ ແພງ! ກອງປະຊຸມຄັ້ງນີ້ແມ່ນສຸດ ທີ່ ມີຄວາມໝາຍສໍາຄັນເພາະເປັນ ການພິຈາລະນາ ແລະ ຕົກລົງຮັບ ຮອງເອົາບັນຫາສໍາຄັນພື້ນຖານ ຂອງປະເທດໃນໄລຍະ 5 ປີ ຕໍ່ ໜ້າ, ສະນັ້ນ, ຂ້າພະເຈົ້າຮຽກຮ້ອງ ມາຍັງບັນດາທ່ານສະມາຊິກສະ ພາແຫ່ງຊາດ ຊຸດທີ IX ຈົ່ງໄດ້ ຍົກສູງຄວາມຮັບຜິດຊອບການ ເມືອງ, ສຸມສະຕິປັນຍາ, ຄວາມ ຮູ້ ຄວາມສາມາດຂອງຕົນເຂົ້າໃນ ການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄວາມເຫັນຢ່າງເລິກເຊິ່ງ ແລະ ມີຈຸດສຸມເຂົ້າໃສ່ແຕ່ລະ ເນື້ອໃນທີ່ນໍາມາພິຈາລະນາ ໃນ ຄັ້ງນີ້ ໃຫ້ຮັບປະກັນຄວາມຖືກ ຕ້ອງສອດຄ່ອງກັບແນວທາງ ແຜນນະໂຍບາຍຂອງພັກ-ລັດ, ລັດຖະທໍາມະນູນ ແລະ ກົດໝາຍ ກໍຄືສະພາບຄວາມເປັນຈິງທາງ ດ້ານເສດຖະກິດ-ສັງຄົມຂອງ ປະເທດ ແນໃສ່ຮັບປະກັນເຮັດໃຫ້ ການດໍາເນີນກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດຕາມຄາດໝາຍ ທີ່ວາງໄວ້. ໃນນາມປະທານກອງປະ ຊຸມ, ຂ້າພະເຈົ້າປະກາດໄຂກອງ ປະຊຸມຄັ້ງປະຖົມມະລຶກຂອງສະ ພາແຫ່ງຊາດ ຊຸດທີ IX ນັບແຕ່ ເວລານີ້ເປັນຕົ້ນໄປ. ຂໍຂອບໃຈ!



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ