ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2021-03-23 08:45:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ:



ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນໃນວັນທີ 22 ມີນາ ຫາ ວັນທີ 26 ມີນາ 2021 ຢູ່ ທີ່ສະພາແຫ່ງຊາດ ໂດຍການ ເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະ ພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ມີທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະທານປະເທດແຫ່ງ ສປປ ລາວ, ມີ ການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ ແລະ ສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ. ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ຈະໄດ້ຮັບຟັງການລາຍງານຂອງ ຄະນະກໍາມະການເລືອກຕັ້ງລະ ດັບຊາດ ກ່ຽວກັບຜົນສໍາເລັດຂອງ ການເລືອກຕັ້ງ ແລະ ຢັ້ງຢືນຄຸນ ລັກສະນະຂອງສະມາຊິກສະພາ ແຫ່ງຊາດ ຊຸດທີ IX; ພິຈາລະ ນາ ແລະ ຮັບຮອງໂຄງປະກອບ ກົງຈັກ ແລະ ບຸກຄະລາກອນຂອງ ສະພາແຫ່ງຊາດ ຊຸດທີ IX ເປັນ ຕົ້ນ: ເລືອກຕັ້ງປະທານສະພາ ແຫ່ງຊາດ ຊຸດທີ IX ເລືອກຕັ້ງ ຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາ ສະພາແຫ່ງຊາດ. ພິຈາລະນາ, ຮັບຮອງການແຕ່ງຕັ້ງປະທານ ກໍາມາທິການ, ເລຂາທິການສະ ພາແຫ່ງຊາດ, ຮອງປະທານກໍາ ມາທິການສະພາແຫ່ງຊາດ, ເລືອກ ຕັ້ງປະທານປະເທດ ແລະ ຮອງປະ ທານປະເທດ, ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງລັດຖະບານ ເປັນຕົ້ນ: ເລືອກຕັ້ງນາຍົກລັດຖະ ມົນຕີ, ພິຈາລະນາ, ຮັບຮອງການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເລືອກຕັ້ງບຸກຄະລາກອນຂອງ ອົງການໄອຍະການປະຊາຊົນສູງ ສຸດ ແລະ ສານປະຊາຊົນສູງສຸດ, ເລືອກຕັ້ງຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ເລືອກຕັ້ງ ປະທານສານປະຊາຊົນສູງສຸດ, ເລືອກຕັ້ງບຸກຄະລາກອນຂອງອົງ ການກວດສອບແຫ່ງລັດ ແລະ ອົງ ການກວດກາແຫ່ງລັດ: ເລືອກຕັ້ງ ປະທານອົງການກວດສອບແຫ່ງ ລັດ, ເລືອກຕັ້ງປະທານອົງການ ກວດກາແຫ່ງລັດ, ພິຈາລະນາ, ຮັບຮອງບົດລາຍງານຂອງນາ ຍົກລັດຖະມົນຕີ ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ VIII ( 2016-2020) ແລະ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ 5 ປີ (2016- 2020); ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025); ພິຈາລະນາ, ຮັບຮອງບົດລາຍງານການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ 5 ປີ (2021- 2025) ຂອງອົງການໄອຍະການ ປະຊາຊົນສູງສຸດ ແລະ ສານປະ ຊາຊົນສູງສຸດ; ພິຈາລະນາ, ຮັບ ຮອງບົດລາຍງານການຈັດຕັ້ງປະ ຕິບັດແຜນການເຄື່ອນໄຫວວຽກ ງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວ ວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ແລະ ພິຈາລະນາ, ຮັບຮອງບົດ ລາຍງານກ່ຽວກັບທິດທາງແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025); ແຜນການ ສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາ ແຫ່ງຊາດ ຊຸດທີ IX.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ