ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ມອບເຄື່ອງຊຸກຍູ້ພະນັກງານ - ນັກຮົບທີ່ປະຕິບັດໜ້າທີ່ຢູ່ແຂວງໄຊສົມບູນ
ເວລາອອກຂ່າວ: 2021-03-24 08:50:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ:



ໃນວັນທີ 18 ມີນາ 2021 ນີ້, ຢູ່ທີ່ນະຄອນຫຼວງວຽງຈັນ ທ່ານ ນາງ ບູນຄຳ ວໍລະຈິດ ພ້ອມດ້ວຍ ຄອບຄົວ, ທ່ານ ນາງ ອາລຸນນີ ກົມມະສິດ ພ້ອມດ້ວຍຄອບຄົວ, ທ່ານ ນາງ ລີນາ ວໍລະຈິດ ພ້ອມ ດ້ວຍຄອບຄົວ ແລະ ທ່ານ ນາງ ສົມຈິດ ສີໃສແກ້ວ ພ້ອມດ້ວຍ ຄອບຄົວ ໄດ້ນຳເອົາເຄື່ອງບໍລິໂພກ ມາມອບໃຫ້ສູນບັນຊາ ເຂດ ໃຈກາງແຂວງໄຊສົມບູນ ເພື່ອນຳ ໄປມອບຕໍ່ໃຫ້ພະນັກງານ-ນັກຮົບ ຂອງແຂວງໄຊສົມບູນ ແລະ ກອງພັນໃຫຍ່ 101 ທີ່ພວມເຄື່ອນ ໄຫວປະຕິບັດໜ້າທີ່ ຢູ່ເຂດແຂວງ ໄຊສົມບູນ. ຕາງໜ້າມອບໂດຍ ທ່ານ ນາງ ລີນາ ວໍລະຈິດ ພ້ອມດ້ວຍ ຄອບຄົວ ຍາດຕິພີ່ນ້ອງ ແລະ ຕາງ ໜ້າສູນບັນຊາເຂດໃຈກາງແຂວງ ໄຊສົມບູນ ກ່າວຮັບໂດຍ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຫົວໜ້າ ການເມືອງກອງພັນໃຫຍ່ 101 ພ້ອມດ້ວຍຄະນະ, ເຄື່ອງທີ່ໄດ້ນຳ ມາມອບໃນຄັ້ງນີ້ປະກອບມີ: ຊີ້ນ ແຫ້ງ 60 ຖົງ,ເຂົ້າຕົ້ມ 100 ກ້ອນ ແລະ ນໍ້າດື່ມ 160 ແກັດ ລວມມູນ ຄ່າ 22.130.000 ກີບ. ໂອກາດກ່າວຮັບເຄື່ອງດັ່ງ ກ່າວ, ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ໄດ້ສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອ ມາຍັງ ທ່ານ ນາງ ລີນາ ວໍລະຈິດ ທີ່ໄດ້ປຸກລະດົມຂົນຂວາຍເຄື່ອງ ບໍລິໂພກ ນຳບັນດາຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ທີ່ໄດ້ມີນໍ້າຈິດ ນໍ້າໃຈອັນປະເສີດ ຊຸກຍູ້ພະນັກ ງານ-ນັກຮົບ ທີ່ກຳລັງປະຕິບັດ ໜ້າທີ່ຢູ່ເຂດທຸລະກັນດານແຂວງ ໄຊສົມບູນ ພ້ອມທັງໃຫ້ຄຳໝັ້ນ ສັນຍາວ່າ ຈະນຳເອົາເຄື່ອງດັ່ງ ກ່າວໄປແຈກຢາຍໃຫ້ພະນັກ ງານ-ນັກຮົບ ທີ່ກຳລັງປະຕິບັດ ໜ້າທີ່ຢູ່ເຂດດັ່ງກ່າວໃຫ້ທົ່ວເຖິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ