
ກົມໃຫຍ່ການເມືອງກອງທັບ ປະກາດການແຕ່ງຕັ້ງຮອງຫົວໜ້າກົມກໍ່ສ້າງຮາກຖານ
ເວລາອອກຂ່າວ: 2021-03-24 08:51:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 347 | ຄວາມນິຍົມ:
ວັນທີ 23 ມີນາ 2021 ນີ້, ຢູ່
ກົມໃຫຍ່ການເມືອງກອງທັບ ໄດ້
ຈັດພິທີປະກາດການແຕ່ງຕັ້ງ
ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໂດຍ
ການເປັນປະທານຂອງ ສະຫາຍ
ພົນຈັດຕະວາ ວົງສອນ ອິນປານພິມ
ກຳມະການຄະນະປະຈຳພັກກະ ຊວງ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີບັນດາຫົວໜ້າ ກົມ, ກອງ, ຫ້ອງການ, ສະຫາຍ ຖືກແຕ່ງຕັ້ງ ແລະ ພາກສ່ວນກ່ຽວ
ຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ໂສພາວັນ ທໍາມະເທວາ ຮອງຫົວໜ້າກົມພະ
ນັກງານກົມໃຫຍ່ການເມືອງກອງ
ທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍ
ການແຕ່ງຕັ້ງຮອງຫົວໜ້າກົມກໍ່ ສ້າງຮາກຖານກົມໃຫຍ່ການ ການເມືອງກອງທັບ. ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງໃນພາກ II ໝວດ 4 ມາດຕາ 26
ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ ອີງຕາມທິດທາງ ກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງນໍາພາ-ບັນຊາ ໃນ
ກໍາລັງປະກອບອາວຸດເພື່ອໃຫ້ ມີຄວາມເຂັ້ມແຂງ, ໜັກແໜ້ນ ຮອບດ້ານ ເພື່ອເຮັດສໍາເລັດໜ້າ ທີ່ໃນການປົກປັກຮັກສາ ແລະ ພັດ ທະນາປະເທດຊາດ, ອີງຕາມ ໜັງ
ສືສະເໜີຂອງຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ສະ ບັບເລກທີ 198 ລົງວັນທີ 16 ກຸມ
ພາ 2021 ອີງຕາມການສະເໜີ ຂອງກົມໃຫຍ່ການເມືອງກອງ ທັບ. ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ເຢີລີ ດວງປັດໃຈ ເປັນຮອງຫົວ ໜ້າກົມ ກໍ່ສ້າງຮາກຖານ, ກົມ ໃຫຍ່ການເມືອງກອງທັບ.
ໃນພິທີ ສະຫາຍ ພົນຈັດຕະວາ
ວົງສອນ ອິນປານພິມ ໄດ້ເນັ້ນໜັກ
ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາ ໃຈໃສ່ກໍາແໜ້ນແນວທາງນະໂຍ ບາຍຂອງພັກ ເພື່ອນໍາໄປຈັດຕັ້ງ
ປະຕິບັດ ແລະ ເອົາໃຈໃສ່ເຮັດສໍາ
ເລັດໜ້າທີ່ ທີ່ໄດ້ຮັບການມອບ ໝາຍ, ຮັກສາມູນເຊື້ອຄວາມສາ ມັກຄີເປັນປຶກແຜ່ນ, ເຮັດວຽກ
ເປັນໝູ່ຄະນະເພື່ອເຮັດໃຫ້ວຽກ ງານກໍ່ສ້າງຮາກຖານໃນແຕ່ລະ ຂົງເຂດ ໄດ້ຮັບການພັດທະນາ ແລະ ຖືເອົາວຽກງານກໍ່ສ້າງ ຮາກຖານ ເປັນວຽກສໍາຄັນໃນ ການພັດທະນາກອງທັບ ໃຫ້ນັບ ມື້ຂະຫຍາຍຕົວຢ່າງເລິກເຊິ່ງ.
ໂດຍ: ທອງເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ