ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ຫົວໜ້າການທະຫານ ວິທະຍາຄານກົມມະດຳ ລົງຊຸກຍູ້ນັກສຶກສາ ມະຫາວິທະຍາໄລປີ 4 ຊຸດທີ XVI ເຄື່ອນທັບຍິງລູກປືນແທ້
ເວລາອອກຂ່າວ: 2021-03-27 09:55:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3170 | ຄວາມນິຍົມ:



ວັນທີ 21 ມີນາ 2021, ສະ ຫາຍພັນເອກ ບົວໄລ ສີລັກສາ ຫົວ ໜ້າການທະຫານວິທະຍາຄານ ກົມມະດຳ ລົງພົບປະໂອ້ລົມນັກ ສຶກສາມະຫາວິທະຍາໄລ ປີ 4 ຊຸດ ທີ XVI ຢູ່ທີ່ພາກສະໜາມວິທະ ຍາຄານກົມມະດຳເຄື່ອນທັບຫັດ ແອບສັງລວມປະສານສຽງແຕກ ພາກປະຕິບັດຕົວຈິງ, ມີຄະນະ ພັກ-ຄະນະອຳນວຍການ, ບັນດາ ຫ້ອງການ, ພະນັກງານ, ຄູ-ອາຈານ ຄະນະພັກ-ຄະນະບັນຊາ ກອງພົນທີ 3 ແລະ ອົງການຈັດ ຕັ້ງຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ. ໂອກາດນີ້, ຫົວໜ້າການທະ ຫານວິທະຍາຄານກົມມະດຳ ໄດ້ ກ່າວສະແດງຄວາມຍໍຊົມເຊີຍມາ ຍັງພະນັກງານຄູ-ອາຈານ ທີ່ໄດ້ ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດ ແທດ ແລະ ໄດ້ເອົາໃຈໃສ່ປະຕິບັດ ຕາມໂຄງການຫຼັກສູດຂອງຫ້ອງ ອົບຮົມກໍ່ສ້າງ ພ້ອມທັງຮຽກຮ້ອງ ມາຍັງຄູ-ອາຈານ, ນັກຮຽນ-ນັກ ສຶກສາທຸກສະຫາຍເພີ່ມທະວີ ຄວາມຮັບຜິດຊອບຕໍ່ໜ້າທີ່ບັນຊາ ແລະ ຫັດແອບຊ້ອມຮົບ ສັງລວມ ປະສານສຽງແຕກພາກປະຕິບັດຢູ່ ພູມີປະເທດຕົວຈິງ ເຂົ້າໃນການ ເກັບກຳຈັງຫວະ ບາດກ້າວ ເພື່ອ ໃຫ້ມີຄວາມຊຳນິຊຳນານໃນການ ນຳໃຊ້ອາວຸດ-ຍຸດໂທປະກອນ ທາງດ້ານສິນລະປະ-ຍຸດທະວິທີ ທະຫານຮາບ, ໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງ ມີແບບແຜນທັນ ສະໄໝ ສາມາດເຄື່ອນໄຫວກຽມ ພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງ ໄດ້ ທຸກຮູບແບບ, ເພື່ອໝູນໃຊ້ເຂົ້າ ໃນການບັນຊາຊ້ອມຮົບສັງລວມ ປະສານສຽງແຕກໃຫ້ພິກໄຫວ ຄ່ອງແຄ້ວ, ບົນພື້ນຖານດ້ານທິດ ສະດີຫຼັກການ ແລະ ພາກປະຕິບັດ ຕົວຈິງ ໄປພ້ອມກັນເພື່ອຮັບປະກັນ ໃຫ້ໄດ້ດ້ານກຳລັງພົນ ແລະ ພາ ຫະນະປອດໄພ 100%. ໂອກາດ ດັ່ງກ່າວຄະນະພັກ-ຄະນະບັນຊາ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິ ໂພກໃຫ້ແກ່ຄູ-ອາຈານ ແລະ ນັກຮຽນມະຫາວິທະຍາໄລ ປີ 4 ທີ່ສຳເລັດບັ້ນຫັດແອບຊ້ອມຮົບ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ