ສະຫາຍພົນຕີ ວົງຄຳ ພົມມະກອນ ລົງກວດກາຄວາມຄືບໜ້າ ໂຄງການກໍ່ສ້າງຢູ່ກອງພັນໃຫຍ່ 202
ເວລາອອກຂ່າວ: 2021-03-27 10:08:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2984 | ຄວາມນິຍົມ: ![]()
ວັນທີ 25 ມີນາ 2021 ນີ້, ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກຫົວໜ້າ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ກວດກາໂຄງການກໍ່ສ້າງພື້ນ ຖານໂຄງລ່າງກອງພັນໃຫຍ່ 202 ກອງພົນທີ2, ເຊິ່ງໃຫ້ການ ຕ້ອນຮັບໂດຍ ສະຫາຍ ພັນເອກ ຄຳດີ ໄຊຍະວົງ ຮອງເລຂາຄະ ນະພັກຫົວໜ້າການທະຫານກອງ ພົນທີ 2 ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພົນຕີ ວົງ ຄຳ ພົມມະກອນ ໄດ້ຮັບຟັງການ ລາຍງານຄວາມຄືບໜ້າການກໍ່ ສ້າງໂຄງການນ້ຳປະປາໃຫ້ກອງ ພັນໃຫຍ່ 202, ໂຄງການກໍ່ສ້າງນ້ຳປະປາດັ່ງກ່າວໂດຍແມ່ນ ບໍ ລິສັດ ໄຊນິກອນ ກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງລົງມື ກໍ່ສ້າງຕັ້ງແຕ່ຕົ້ນເດືອນພະຈິກປີ 2020ເປັນຕົ້ນມາ ມາຮອດປັດ ຈຸບັນໂຄງການດັ່ງກ່າວໄດ້ກໍ່ສ້າງ ສຳເລັດແລ້ວ85% ແລະ ຄາດ ໝາຍວ່າ ໃນທ້າຍເດືອນພຶດສະ ພາ 2021 ຈະສຳເລັດ100% ແລະ ເປີດນຳໃຊ້ຢ່າງເປັນທາງ ການ, ເຊິ່ງມີມູນຄ່າໃນການກໍ່ ສ້າງທັງໝົດ 9 ຕື້ກວ່າກີບ ຈາກ ນັ້ນ, ສະຫາຍ ຫົວໜ້າກົມໃຫຍ່ ພະລາທິການກອງທັບພ້ອມດ້ວຍ ຄະນະຍັງໄດ້ໄປກວດກາເບິ່ງຜົນ ສຳເລັດຕົວຈິງໂຄງການກໍ່ສ້າງ ເຄຫະສະຖານຄ້າຍຄູຢູ່ກອງພັນ ນ້ອຍ 413 ແລະ ກອງພັນທີ 2 ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















