ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ
ເວລາອອກຂ່າວ: 2021-03-27 10:25:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2799 | ຄວາມນິຍົມ:



ກອງປະຊຸມຄັ້ງປະຖົມມະ ລຶກຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສໍາເລັດອັນ ຈົບງາມໃນຕອນບ່າຍວັນທີ 26 ມີນາ 2021 ນີ້, ພາຍຫຼັງໄດ້ ດໍາເນີນມາແຕ່ວັນທີ 22 ມີນາ ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການ ກົມການເມືອງສູນ ກາງພັກ ປະທານສະພາແຫ່ງຊາດ ເປັນກຽດເຂົ້າຮ່ວມມີ ທ່ານ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປລາວ, ມີ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນ ກາງພັກ ນາຍົກລັດຖະມົນຕີ, ການ ນໍາພັກ-ລັດພະນັກງານອາວຸໂສ ບໍານານພ້ອມດ້ວຍບັນດາ ສສຊ ແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ. ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນ ຫາສໍາຄັນພື້ນຖານຂອງປະເທດ ຊາດ ໂດຍໄດ້ອອກເປັນມະຕິກອງ ປະ ຊຸ ມ ດ ັ່ງນີ້: ມະຕິ ກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງການເລືອກຕັ້ງປະທານສະ ພາແຫ່ງຊາດ ຊຸດທີ IX; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າ ດ້ວຍການຮັບຮອງການເລືອກຕັ້ງ ຮອງປະທານສະພາແຫ່ງຊາດ; ມະຕິ ວ່າດ້ວຍການຮັບຮອງເລືອກ ຕັ້ງກໍາມະການຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX; ມະຕິ ວ່າດ້ວຍການຮັບຮອງໂຄງປະ ກອບກົງຈັກຂອງສະພາແຫ່ງ, ຮັບຮອງການເລືອກຕັ້ງປະທານ ກໍາມາທິການ, ເລຂາທິການສະ ພາແຫ່ງຊາດ ແລະ ຮອງປະທານ ກໍາມາທິການສະພາແຫ່ງຊາດ; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກ ຕັ້ງປະທານປະເທດ; ມະຕິກອງ ປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງການເລືອກຕັ້ງຮອງ ປະທານປະເທດ; ມະຕິກອງປະ ຊຸມສະພາແຫ່ງຊາດ ວ່າດ້ວຍການ ຮັບຮອງການເລືອກຕັ້ງນາຍົກລັດຖະມົນຕີ; ຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີ; ມະຕິ ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ; ມະຕິວ່າດ້ວຍ ການຮັບຮອງການເລືອກຕັ້ງຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ; ມະຕິການຮັບຮອງການ ເລືອກຕັ້ງປະທານສານປະຊາຊົນ ສູງສຸດ ; ມະຕິ ວ່າດ້ວຍການຮັບ ຮອງການເລືອກຕັ້ງປະທານອົງ ການກວດສອບແຫ່ງລັດ; ມະຕິ ວ່າດ້ວຍການຮັບຮອງການເລືອກ ຕັ້ງປະທານອົງການກວດກາ ແຫ່ງລັດ; ມະຕິ ຮັບຮອງເອົາບົດ ລາຍງານຂອງອົງການໄອຍະ ການປະຊາຊົນສູງສຸດກ່ຽວກັບ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (2016 -2020) ແລະ ທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025); ມະຕິ ວ່າດ້ວຍການຮັບຮອງວ່າດ້ວຍ ເອົາບົດລາຍງານຂອງສານປະ ຊາສານສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (20 16-2020) ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ 5 ປີ (2021-2025); ມະຕິຮັບຮອງເອົາບົດ ລາຍງານຂອງອົງການກວດ ສອບແຫ່ງລັດ ກ່ຽວກັບການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ 5 ປີ(2021- 2025): ມະຕິຮັບຮອງເອົາບົດ ລາຍງານຂອງອົງການກວດກາ ແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ 5 ປີ (2021-2025); ມະຕິ ວ່າຕົວຍການຮັບ ຮອງທິດທາງເຜນການເຄື່ອນ ໄຫວວຽກງານ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX; ມະຕິວ່າດ້ວຍການ ຮັບຮອງແຜນການສ້າງ ແລະ ປັບ ປຸງກົດໝາຍ 5 ປີ ຂອງສະພາແຫ່ງ ຊາດ ຊຸດທີ IX; ມະຕິ ຮັບຮອງ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງ ແຜນການ 5 ປີ ຄັ້ງທີ IX (2021-2025) ແລະ ມະຕິຮັບຮອງແຜນ ງົບປະມານແຫ່ງລັດ 5 ປີ ຄັ້ງ ທີ VIII (2016-2020) ແລະ ທິດທາງແຜນການ 5 ປີ ຄັ້ງທີ IX (2021-2025). ກອງປະຊຸມ ຍັງໄດ້ຮັບຟັງ ການຊີ້ແຈງຂອງ ທ່ານນາຍົກລັດ ຖະມົນຕີ, ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ສານປະ ຊາຊົນສູງສຸດ, ອົງການກວດ ສອບແຫ່ງລັດ, ອົງການກວດກາ ແຫ່ງລັດ, ບາງກະຊວງກ່ຽວຂ້ອງ ຕໍ່ຂໍ້ຂ້ອງໃຈຂອງສະມາຊິກສະ ພາແຫ່ງຊາດ ເຊິ່ງສ່ອງແສງໃຫ້ ເຫັນເຖິງຄວາມຮັບຜິດຊອບຂອງ ລັດຖະບານ, ອົງການຈັດຕັ້ງ ຕ່າງໆ ໃນການປະຕິບັດໜ້າທີ່ ທີ່ ປະຊາຊົນມອບໝາຍໃຫ້. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ