ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ພະຈິກ 2025

  

ເຢຍລະມັນ ເສຍໃຫ້ ມາເຊໂດເນຍເໜືອ ໃນບານໂລກ 2022 ຮອບຄັດເລືອກ
ເວລາອອກຂ່າວ: 2021-04-05 15:52:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 843 | ຄວາມນິຍົມ:



ການແຂ່ງຂັນເຕະບານຄັດ ເລືອກບານໂລກ 2022 ຂົງເຂດ ເອີ ຣົບ ເມື່ອຄືນວັນທີ 31 ມີນາຜ່ານ ມາ, ກຸ່ມ J ທີມຊາດເຢຍລະມັນ ເປີດບ້ານພົບກັບ ທີມຊາດ ມາ ເຊໂດເນຍເໜືອ ທີມຢາມນຳ ກ່ອນຈາກ ໂກຮັນ ປານເດບ ອະ ດີດກອງໜ້າ ອິນເຕີ ມິລານ ແລະ ນາໂປລີ ໃນໄລຍະຕໍ່ເວລາບາດ ເຈັບຕັ້ງທີ່ໜຶ່ງ ນາທີ 45+2. ການແຂ່ງຂັນເຄິ່ງເວລາຫຼັງ ເຈົ້າບ້ານທວງຄືນຈາກການ ສັງຫານຈຸດໂທດຂອງ ອີຄາຍ ກຸນໂດກັນ ນາທີ 63 ເວລາທີ່ ເຫຼືອ ເຢຍລະມັນ ບຸກໜັກແຕ່ບໍ່ ຜ່ານເກມຮັບຂອງທີມຢາມ ທ້າຍເກມພາດທ່າເສຍປະຕູໃຫ້ ທີມຢາມໃນນາທີ 85 ຈາກ ເອວ ຢິບ ເອວມົວ ກອງກາງຈາກ ນາໂປລີ ຈົບເກມ ເຢຍລະມັນ ເສຍຄາບ້ານໃຫ້ ມາເຊ ໂດເນຍ 1-2 ປະຕູ. ເຊິ່ງເຢຍລະມັນເສຍ ນັດທຳ ອິດຈາກ 36 ນັດ ໃນບານ ໂລກ ຮອບຄັດເລືອກນັບຕັ້ງ ແຕ່ເສຍໃຫ້ອັງກິດ 1-5 ປະຕູ ໃນ ປີ 2001. ສ່ວນອີກສອງຄູ່ໃນກຸ່ມດຽວ ກັນ ອາກເມນີ ຊະນະ ຣູມານີ 3-2 ປະຕູ ແລະ ອິດສະລັງ ບຸກຊະນະ ລິດເທິນສະຕາຍ 4-1 ປະຕູ, ຕາຕະລາງຄະແນນປັດຈຸບັນນີ້ ທຸກທີມແຂ່ງ 3 ນັດ ອາກເມນີ ເປັນທີມນຳ ມີ 9 ຄະແນນ, ເຢຍ ລະມັນ ມີ 6 ຄະແນນເທົ່າກັບ ມາເຊໂດເນຍ, ຣູມານີ ມີ 3 ຄະ ແນນເທົ່າກັບ ອິດສະລັງ ແລະ ລິດ ເທິນສະຕາຍ ຍັງບໍ່ມີຄະແນນ, ນັດຕໍ່ໄປ ຈະກັບມາແຂ່ງຂັນໃນຕົ້ນ ເດືອນກັນຍານີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ