ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ນັກເຕະເຍົາວະຊົນ U12 ຫຼວງນ້ຳທາ ໄດ້ແຊັມບານເຕະມິດຕະພາບ 5 ແຂວງພາກເໜືອ
ເວລາອອກຂ່າວ: 2021-04-07 10:00:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 530 | ຄວາມນິຍົມ:



ການແຂ່ງຂັນບານເຕະມິດ ຕະພາບແລກປ່ຽນບົດຮຽນ ລະຫວ່າງສູນເຝິກບານເຕະ 5 ແຂວງພາກເໜືອ, ແຂວງ ຫຼວງນໍ້າທາ, ແຂວງຫຼວງພະ ບາງ, ແຂວງໄຊຍະບູລີ, ແຂວງ ບໍ່ແກ້ວ ແລະ ແຂວງອຸດົມໄຊ ເຈົ້າພາບ. ສະເພາະແຂວງຫຼວງນໍ້າທາມີ ຄະນະນໍາພໍ່ແມ່ນັກກີລາ, ຄູເຝິກ ແລະ ນັກກີລາທັງໝົດ 70 ຄົນ ແລະ ນັກກີລາເຂົ້າຮ່ວມທັງໝົດ 3 ຮຸ່ນຄື: ຮຸ່ນອາຍຸ 12 ປີ, ຮຸ່ນອາ ຍຸ 14 ປີ ແລະ ຮຸ່ນອາຍຸ 17 ປີ . ຜົນປະກົດວ່າ: ຮຸ່ນອາຍຸ 12 ປີ ມີ 6 ທີມ, ທີມແຂວງຫຼວງນໍ້າ ທາ ສ້າງຜົນງານໂດດເດັ່ນຄື: ນັດ ທີ 1 ຮອບແບ່ງກຸ່ມ ຫຼວງນໍ້າທາ ຊະນະທີມ 3 ອ້າຍນ້ອງ 3-2 ປະ ຕູ, ນັດທີ 2 ແຂວງຫຼວງນໍ້າທາ ຊະນະແຂວງອຸດົມໄຊ B 5-1 ປະຕູ ເຮັດໃຫ້ເຂົ້າຮອບຮອງຊະ ນະເລີດ ຊະນະແຂວງ ອຸດົມໄຊ ເຈົ້າພາບ 2-0 ປະຕູ, ມາຕໍ່ດ້ວຍ ເຂົ້າຮອບຊີງຊະນະເລີດ ຊະນະ ແຂວງບໍ່ແກ້ວ ດ້ວຍການຍິງ ຈຸດໂທດ 3-1 ປະຕູ ພາຍຫຼັງ ສະເໜີ 1-1 ປະຕູ ເຮັດໃຫ້ຫຼວງ ນໍ້າທາໄດ້ແຊັມຄັ້ງທໍາອິດໃນຮຸ່ນ ນີ້. ສ່ວນຮຸ່ນອາຍຸ 14 ປີ ມີ 6 ທີມນັດທີ 1 ຮອບແບ່ງກຸ່ມຫຼວງ ນໍ້າທາ ຊະນະ ແຂວງອຸດົມໄຊ 1-0 ປະຕູ, ນັດທີ 2 ແຂວງ ຫຼວງນໍ້າທາ ສະເໝີ ແຂວງຫຼວງ ພະບາງ ສະເໜີ 0-0 ປະຕູ ຕົກ ຮອບຄັດເລືອກ ແລະ ຮຸ່ນອາຍຸ 17 ປີມີ 4 ທີມ ນັດທີ 1 ຫຼວງ ນໍ້າທາ ຊະນະທີມ 3 ອ້າຍນ້ອງ ຈາກແຂວງບໍ່ແກ້ວ 3-2 ປະຕູ ແລະ ຮອບຊີງຊະນະເລີດ ແຂວງ ຫຼວງນໍ້າທາເສຍໃຫ້ແຂວງອຸດົມ ໄຊ 1-0 ປະຕູ ເຮັດໃຫ້ຮຸ່ນອາຍຸ 17 ປີ ໄດ້ທີ 3.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ