ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ເຄຶ່ອນໄຫວພົ່ນຢາຂ້າເຊື້ອພະຍາດໂຄວິດ 19 ໃຫ້ບັນດາກົມກອງທະຫານທີ່ມີຄວາມສ່ຽງ
ເວລາອອກຂ່າວ: 2021-04-28 09:46:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 664 | ຄວາມນິຍົມ:



ນັບແຕ່ທ້າຍເດືອນ ມີນາ 2021 ເປັນຕົ້ນມາ, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມ ສຸຂະພາບກອງທັບ ໄດ້ຈັດຕັ້ງທີມງານນັກວິຊາການສະເພາະກິດຂັ້ນກົມກອງຂອງຕົນ ລົງເຄື່ອນໄຫວພົ່ນຢາຂ້າເຊື້ອພະຍາດໂຄວິດ-19 ໃຫ້ບັນດາກົມກອງທະຫານທີ່ຢູ່ໃນເປົ້າໝາຍຄວາມສ່ຽງ. ສະຫາຍພັນໂທ ສົມສັກ ໄພສະຖຽນ ຮອງຫົວໜ້າພະແນກອະນາໄມສິ່ງແວດລ້ອມ ແລະ ຈັດຫານໍ້າສະອາດ, ຄະນະທີມງານສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນກົມກອງໄດ້ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ກໍ່ຄືຄະນະທີມງານນັກວິຊາການປ້ອງກັນຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດໂຄວິດ -19 ກົມກອງພວກເຮົາໄດ້ຈັດຕັ້ງເປັນ 4 ຈຸທີມງານວິຊາການເຄື່ອນໄຫວພົ່ນຢາຂ້າເຊື້ອຢູ່ບັນດາກົມຄື: ບັນດາກົມກອງທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ, ກອງບັນຊາການທະຫານອາກາດ, ກົມ 213, ໂຮງຮຽນສື່ສານ 205, ກອງພັນ 579 ເຫຼົ່າຮົບຊ່າງແສງ, ໂຮງໝໍສູນກາງ 103 ກອງທັບ, ກອງພັນ 58 ເຫຼົ່າຮົບຊ່າງແສງ, ຫ້ອງການກົມໃຫຍ່ການເມືອງກອງທັບ, ເຮືອນຫ້ອງແຖວພະນັກງານກົມເສນາຮັກ ແລະ ຫ້ອງການສະຖາບັນອະນາໄມກັນພະຍາດກອງທັບ. ການເຄື່ອນໄຫວຢູ່ແຕ່ລະບ່ອນນັ້ນ, ແຕ່ລະທີມງານຍັງໄດ້ໃຫ້ຄວາມຮູ້ພື້ນຖານກ່ຽວກັບການຕ້ານ ສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ອີກດ້ວຍ, ການຈັດຕັ້ງລົງເຄຶ່ອນໄຫວພົ່ນຢາໃນຄັ້ງນີ້ກໍ່ເພື່ອປະຕິບັດຕາມຄຳສັ່ງຊີ້ນຳຂອງຄະນະສະເພາະກິດປ້ອງກັນຄວບຄຸມພະຍາດໂຄວິດ-19 ຂັ້ນກະຊວງປ້ອງກັນປະເທດ, ເພື່ອເປັນການຄວບຄຸມ, ກຳຈັດບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດໄປໃນວົງກວ້າງ ແລະ ນັບມື້ຫຼຸດໜ້ອຍຖອຍລົງ, ທັງເປັນການປ້ອງກັນ, ສົ່ງເສີມສຸຂະພາບໃຫ້ນາຍ ແລະ ພົນທະຫານໃນຖັນແຖວກອງທັບເຮົາ ມີສຸຂະພາບແຂງແຮງ, ປອດຈາກເຊື້ອພະຍາດໂຄວິດ-19 ແລະ ພ້ອມກັນເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທີງມອບໝາຍໃຫ້. ໂດຍ: ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ