ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ຄອບຄົວທ່ານ ໄຊສົງຄາມ ວໍລະຈິດ ມອບເງີນ 250 ລ້ານກີບໃຫ້ກະຊວງປ້ວງກັນປະເທດ
ເວລາອອກຂ່າວ: 2021-04-28 15:37:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 560 | ຄວາມນິຍົມ:



ໃນວັນທີ 28 ເມສາ 2021 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ທ່ານ ໄຊສົງຄາມ ວໍລະຈິດ ພ້ອມດ້ວຍຄອບຄົວໄດ້ນໍາເອົາເງິນສົດຈໍານວນ 250.000.000 ກີບ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນຊຸກຍູ້ກໍາລັງປະກອບອາວຸດປ້ອງກັນຊາດທີ່ພວມປະຕິບັດໜ້າທີ່ຕາມຊາຍແດນແຕ່ລະເມືອງ, ຊາຍແດນລະຫວ່າງປະເທດ ແລະ ແພດໝໍຢູ່ໂຮງໝໍສູນກາງ 103 ກອງທັບ. ຕາງໜ້າກະຊວງປ້ອງກັນປະເທດກ່າວຮັບໂດຍ ທ່ານ ພົນຕີ ວົງຄຳ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ພົນຕີ ວົງຄໍາ ພົມມະກອນ ກໍ່ໄດ້ກ່າວແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍ ໄຊສົງຄາມ ວໍລະຈິດ ພ້ອມດ້ວຍຄອບຄົວ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອກະຊວງປ້ອງກັນປະເທດຄັ້ງນີ້ ອັນເປັນການປະກອບສ່ວນສໍາຄັນໃຫ້ແກ່ກໍາລັງປະກອບອາວຸດພວກເຮົາ ທີ່ພວມປະຕິບັດໜ້າທີ່ອັນສຳຄັນໃນການປ້ອງກັນຕາມເຂດຊາຍແດນຕ່າງໆກໍຄືແພດໝໍຢູ່ໂຮງໝໍສູນກາງ 103 ກອງທັບ ທີ່ກໍາລັງປະຕິບັດໜ້າທີ່ສະກັດກັ້ນ-ປ້ອງກັນ ແລະ ປິ່ນປົວຄົນເຈັບປ່ວຍ ພະຍາດໂຄວິດ-19 ໃຫ້ຫາຍດີໂດຍໄວ. ໂດຍ: ອາຫວຸ້ນ ອິນຫຼວງເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ