ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

5 ພາກສ່ວນ ມອບເງິນຊ່ວຍເຫຼືອຕ້ານໂຄວິດ-19
ເວລາອອກຂ່າວ: 2021-04-28 20:20:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 748 | ຄວາມນິຍົມ:



ໃນວັນທີ 28 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອ ຈາກພາກ ສ່ວນຕ່າງໆ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 1,25 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ. ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກ ລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ, ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ. ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ 5 ພາກສ່ວນ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມອບເງິນຈຳນວນ 500 ລ້ານກີບ; ສະມາຄົມຈີນ-ວຽງຈັນ ຊຸດທີ 21 ມອບເງິນຈຳນວນ 300 ລ້ານກີບ; ມູນນິທິຈີນ-ວຽງຈັນ ມອບເງິນຈຳນວນ 200 ລ້ານກີບ; ໂຮງຮຽນມັດ ທະຍົມສົມບູນ ລຽວໂຕວ໌ ມອບເງິນຈຳນວນ 200 ລ້ານກີບ; ສະຖາບັນປົກປ້ອງເງິນຝາກ ມອບເງິນຈຳນວນ 50 ລ້ານກີບ. ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາພາກສ່ວນ ທີ່ໄດ້ມອບເງິນຊ່ວຍເຫຼືອລັດຖະບານ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້, ພ້ອມທັງ ສັນຍາວ່າ ຈະນໍາໃຊ້ເງິນ ທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ ໃຫ້ຖືກກັບເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ. ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນໂລກ ແລະ ພາຍໃນ ສປປ ລາວ, ລວມທັງ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ, ຕະຫຼອດຮອດ ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງທຸກພາກສ່ວນໃນສັງຄົມ ໃນການແກ້ໄຂບັນຫາການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍສະເພາະ ການກຳນົດ ແລະ ຈັດຕັ້ງປະຕິບັດ ມາດຕະການຕ່າງໆ ຂອງລັດຖະບານ, ຄະນະສະເພາະກິດ ແລະ ອົງການປົກຄອງຂັ້ນຕ່າງໆ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະ ມົນຕີ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມກັບລັດຖະບານ ໃນການເປັນເຈົ້າການ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍເລີ່ມຈາກຄວາມເປັນເຈົ້າການຂອງຕົນເອງ, ຄອບຄົວ, ຊຸມຊົນ ແລະ ການຈັດຕັ້ງທຸກຂັ້ນ ເພື່ອປະກອບສ່ວນເຮັດໃຫ້ ສາມາດຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19 ຄັ້ງນີ້ ໄດ້ໂດຍໄວ. ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ