ໂທລະເລກສະແດງຄວາມຊົມເຊີຍ ຈາກ ສົມເດັດ ຮາອິທຳບິນ ຕາຮີຄ ບິນ ອາລ ຊາຍດິ, ຊູນຕານ ແຫ່ງ ລັດໂອມານ ສົ່ງເຖິງ ພະນະທ່ານ ທອງລຸນ ສີສຸລິດ
ເວລາອອກຂ່າວ: 2021-04-29 09:45:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 833 | ຄວາມນິຍົມ: ![]()
ອີງຕາມສະໂໜດນຳສົ່ງເລກທີ 1208/ຫກ.ກຂ ລົງວັນທີ 28/04/2021
ໃຫ້ຮູ້ວ່າ
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພວກຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດໄດ້ຮັບເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສປປ ລາວ.
ພວກຂ້າພະເຈົ້າ ຂໍຢືນຢັນຄືນເຖິງຄວາມປາດຖະໜາອັນແທ້ຈິງຂອງ ພວກຂ້າພະເຈົ້າ ໃນການສົ່ງເສີມສາຍພົວພັນສອງຝ່າຍ ເພື່ອຜົນປະໂຫຍດລວມຂອງ ປະຊາຊົນສອງຊາດພວກເຮົາ ໃນໄລຍະການດຳລົງຕຳແໜ່ງຂອງ ພະນະທ່ານ.
ພວກຂ້າພະເຈົ້າ ຂໍອວຍພອນ ພະນະທ່ານ ຈົ່ງປະສົບຜົນສຳເລັດຕາມຄວາມມຸ້ງມາດປາຖະໜາຂອງ ປະຊາຊົນລາວ ເພື່ອນມິດ ເພື່ອຄວາມຈະເລີນກ້າວຫນ້າ ແລະ ວັດທະນາຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ຮາອິທຳ ບິນ ຕາຣິຄ ບິນ ອາລ ຊາຍດິ
ຊຸນຕານ ແຫ່ງ ລັດໂອມານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















