ຄອບຄົວການນຳແຂວງ ແລະ ນັກທຸລະກິດ ມອບເງິນຊຸກຍູ້ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-04-30 13:07:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1064 | ຄວາມນິຍົມ: ![]()
ວັນທີ 30 ເມສາ 2021 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງບໍ່ແກ້ວ ສະຫາຍ ນາງ ຈັນນາລີ ແກ້ວວິໄລ ຕາງໜ້າຄອບຄົວການນຳແຂວງ ພ້ອມດ້ວຍຄະນະ ໄດ້ນໍາເອົາເງິນສົດຈໍານວນ 5.000.000 ກີບ ມາມອບໃຫ້ກອງບັນຊາການທະຫານແຂວງ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນຊຸກຍູ້ກໍາລັງປະກອບອາວຸດປ້ອງກັນຊາດ ທີ່ພວມປະຕິບັດໜ້າທີ່ຢູ່ຕາມຊາຍແດນແຕ່ລະເມືອງ ແລະ ຊາຍແດນລະຫວ່າງປະເທດ. ຕາງໜ້າກອງບັນຊາການທະຫານແຂວງກ່າວຮັບໂດຍ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ, ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍກໍ່ໄດ້ກ່າວແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍ ນາງ ຈັນນາລີ ແກ້ວວິໄລ ພ້ອມຄະນະ, ທີ່ເຫັນໄດ້ຄວາມ ໝາຍຄວາມສຳຄັນ ຂອງວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອກອງບັນຊາການທະຫານແຂວງໃນຄັ້ງນີ້ ທັງເປັນການປະກອບສ່ວນສໍາຄັນ ໃຫ້ແກ່ກໍາລັງປະກອບອາວຸດພວກເຮົາ ທີ່ພວມປະຕິບັດໜ້າທີ່ ໃນການປ້ອງກັນຕາມເຂດຊາຍແດນຕ່າງໆ ເພື່ອສະກັດກັ້ນ-ປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງລະບາດເປັນວົງກວ້າງໃນປະເທດເຮົາ ເວົ້າລວມເວົ້າສະເພາະພາຍໃນແຂວງບໍ່ແກ້ວໃຫ້ນັບມື້ ນັບຫຼຸດໜ້ອຍຖອຍລົງເປັນກ້າວໆ.
ໂດຍ: ວໍລະສິດ ພິດສະຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















