ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ປະຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 757 ຄົນ ຜູ້ຕິດເຊື້ອໃໝ່ມື້ນີ້ 85 ຄົນ
ເວລາອອກຂ່າວ: 2021-04-30 16:02:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1190 | ຄວາມນິຍົມ:



ວັນທີ 30 ເມສາ ປີ 2021 ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູູ່ ສປປ ລາວ ວ່າ: ໃນວັນທີ 29 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 4,841 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 85 ຄົນ, ໃນນັ້ນມີ ນະຄອນຫຼວງ 69 ຄົນ, ບໍ່ແກ້ວ 7 ຄົນ, ສະຫວັນນະເຂດ 3 ຄົນ, ວຽງຈັນ 2 ຄົນ, ໄຊຍະບູລີ 2 ຄົນ, ຈຳປາສັກ 1 ຄົນ, ອຸດົມໄຊ 1 ຄົນ. ມາຮອດປະຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 757 ຄົນ, ບໍ່ມີຜູ້ເສຍຊີວິດ, ປິ່ນປົວຫາຍດີ 51 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້ ຈຳນວນ 706 ຄົນ, ລາຍລະອຽດດັ່ງນີ້: - ນະຄອນຫຼວງວຽງຈັນ 508 ຄົນ (ໃໝ່ 69) - ແຂວງຈຳປາສັກ 93 ຄົນ (ໃໝ່ 1), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູູ່ແຂວງຈຳປາສັກ - ແຂວງສະຫວັນນະເຂດ 25 ຄົນ (ໃໝ່ 3) - ແຂວງບໍ່ແກ້ວ 31 ຄົນ (ໃໝ່ 7) - ແຂວງສາລະວັນ 5 ຄົນ - ແຂວງອຸດົມໄຊ 4 ຄົນ (ໃໝ່ 1) - ແຂວງຫຼວງນ້ຳທາ 6 ຄົນ - ແຂວງວຽງຈັນ 10 ຄົນ (ໃໝ່ 2) (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປິ່ນປົວໃນ ນະຄອນຫຼວງວຽງຈັນ - ຜົ້ງສາລີ 3 ຄົນ - ແຂວງຫຼວງພະບາງ 14 ຄົນ - ແຂວງໄຊຍະບູລີ 3 ຄົນ (ໃໝ່ 2) - ແຂວງບໍລິຄຳໄຊ 2 ຄົນ - ແຂວງຄຳມ່ວນ 1 ຄົນ - ແຂວງຊຽງຂວາງ 1 ຄົນ ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ. ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 85 ຄົນ (ກໍລະນີຢັ້ງຢືນທີ 673-757) ສຳລັບຜູ້ຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ, ສະຫວັນນະເຂດ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງວຽງຈັນ ແມ່ນລ້ວນແລ້ວແຕ່ມີ ປະຫວັດສຳຜັດກັບກໍລະນີຕິດເຊື້ອຜ່ານມາຄືກັນ. ສ່ວນ 69 ຄົນທີ່ຕິດເຊື້ອໃໝ່ຢູູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ, ສຳລັບສະຖານທີ່ ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົົ່າ ແລະ ອີກບ່ອນໃໝ່ທີ່ຢາກແຈ້ງໃຫ້ບັນດາທ່ານຊາບແມ່ນສຳລັບຜູ້ທີ່ເດີນທາງໄປຍັງສະຖານທີ່ເຫຼົົ່ານີ້ເຊັ່ນ: - ວັນທີ 14 ເມສາ 2021 ຮ້ານຄາລາໂອເກະວິກຕໍ , ສາມແຍກນາໄຊ - ວັນທີ 16 ເມສາ 2021 : ສົງນ້ຳພະວັດໄຕໃຫ່ຍ, ວັດໄຕນ້ອຍ, ວັດໂຊກໄຊ, ວັດປ່າໜອງບົວທອງ - ຮ້ານຂາຍຂອງກິນສຸກຕະຫຼາດໂພນຕ້ອງ, ເມືອງຈັນທະບູລີ , ນະຄອນຫຼວງວຽງຈັນ - ວັນທີ 19 ເມສາ 2021 ບໍ່ແຮ່ຄຳບໍລິສັດດາລີ ສສ ຫວຽດນາມບ້ານ ຫ້ວຍຄຳ, ເມືອງສັງທອງ - ວັນທ 17 -18 ເມສາ 2021: ໂຮງໝໍມະໂຫສົດ - ວັນທີ 19 ເມສາ 2021 ໂຮງໝໍ 103 ບ່ອນສ່ອງລັງສີ - ໂຮງພິມເທບປັນຍາການພິມ, ບ້ານ ຈອມມະນີໃຕ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ - ແມ່ນໃຫ້ບຸກຄົນດັ່ງກ່າວຈົົ່ງຮີບຮ້ອນໄປເກັບຕົວຢ່າງຊອກຫາເຊື້ອຕາມສະຖານທີ່ກຳນົດໄວ້. ນອກຈາກນີ້ ຂໍຮຽກຮ້ອງມາຍັງບັນດາທ່ານ ທີ່ມີລາຍຊື່ຂ້າງລຸ່ມ ທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນ ທີ່ໃຫ້ຂໍ້ມູນບໍ່ລະອຽດ ແມ່ນໃຫ້ຮີບຮ້ອນໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື: 1. ທ້າວໂລ້ ຈັນທະພູມ ອາຍຸ 27 ປີ 2. ທ້າວ ມີນຕາ ອາຍຸ 23 ປີ 3. ນາງນົກແກ້ວ ອາຍຸ 18 ປີ 4. ທ້າວ ວຽງໄຊ ຢູ່ບ້ານຍອດອູ ເມືອງຍອດອູ ແຂວງ ຜົ້ງສາລີ. ໃຫ້ບຸກຄົນດັ່ງກ່າວຈົົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ, ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ