ສອງພາກສ່ວນ ມອບວັດຖຸປັດໃຈ ແລະ ເງິນຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ແກ່ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-04-30 16:16:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 651 | ຄວາມນິຍົມ: ![]()
ຕອນແລງວັນທີ 30 ເມສາ 2021 ນີ້, ກະຊວງປ້ອງກັນປະເທດໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ ໃຫ້ແກ່ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເວົ້າລວມເວົ້າສະເພາະກໍຄືກະຊວງປ້ອງກັນປະເທດ.
ການມອບເງິນຊ່ວຍເຫຼືອຄັ້ງນີ້ ປະກອບມີ 2 ພາກສ່ວນຄື: ບໍລິສັດພີເອັດກໍ່ສ້າງ ແລະ ທ່ອງທ່ຽວຈຳກັດ ມອບເງິນສົດຈຳນວນ 100 ລ້ານກີບ ແລະ ຜ້າອັດປາກ 40 ແກັດ, ເຈວລ້າງມື 20 ແກັດມູນຄ່າ 50 ລ້ານກີບ, ລວມທັງໝົດ 150 ລ້ານກີບ ໂດຍການກ່າວມອບຂອງທ່ານ ພູນໄຊ ພູນມີໄຊ ຜູ້ອຳນວຍການໃຫຍ່ ແລະ ບໍລິສັດເອັນຊີຊີ ຈຳກັດຜູ້ດຽວ ມອບເງິນສົດຈຳນວນ 100 ລ້ານກີບ, ກ່າວມອບໂດຍ ທ່ານ ບົວວຽງ ຈຳປາພັນ ປະທານບໍລິສັດ, ໃນໂອກາດນີ້ ຕາງໜ້າໃຫ້ແກ່ກະຊວງປ້ອງກັນປະເທດ ກ່າວຮັບໂດຍທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປະເທດ ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ; ມີຄະນະສະເພາະກິດ, ຜູ້ຕາງໜ້າຫ້ອງການ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາບໍລິສັດ ທີ່ໄດ້ປະກອບສ່ວນທຶນຮອນ ຕາມຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ເວົ້າລວມເວົ້າສະເພາະກໍແມ່ນກະຊວງປ້ອງກັນປະເທດ ຊຶ່ງການປະກອບສ່ວນດັ່ງກ່າວ ໄດ້ສະແດງເຖິງຄວາມເສຍສະຫຼະ, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງໃຫ້ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ພວມປະຕິບັດໜ້າທີ່ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເງິນດັ່ງກ່າວໃຫ້ຖືກກັບຈຸດປະສົງ-ເປົ້າ ໝາຍ ແລະ ເກີດປະໂຫຍດສູງສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















