ເຈົ້າໜ້າທີ່ລາວໄປຮັບ ນາງ ພາວະດີ ວິພາກອນ ກັບລາວ ເພື່ອມາດຳເນີນຕາມຂະບວນການຍຸຕິທຳ
ເວລາອອກຂ່າວ: 2021-05-01 09:47:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 988 | ຄວາມນິຍົມ: ![]()
ຕອນແລງຂອງວັນທີ 30 ເມສາ 2021 ນີ້, ເຈົ້າໜ້າທີ່ທາງການລາວ ໄດ້ໄປຮັບນາງ ພາວະດີ ວິພາກອນ (ຕຸກຕິກ) ທີ່ດ່ານສາກົນໜອງຄາຍ ຣາຊະອານາຈັກໄທ ກັບມາ ສປປ ລາວ ພາຍຫລັງທີ່ໄດ້ຮັບການປິ່ນປົວພະຍາດໂຄວິດ-19 ຫາຍດີ ຢູ່ປະເທດໄທແລ້ວ ເພື່ອກັບມາເຂົ້າສູ່ຂະບວນການຍຸຕິທຳຕາມກົດໝາຍ ຂອງ ສປປ ລາວ ເຊິ່ງຜູ້ກ່ຽວລະເມີດກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງ ຄົນຕ່າງປະເທດ ຢູ່ ສປປ ລາວ, ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ.
ທ່ານ ພັນເອກ ສາຍສະໝິງ ສີວິໄລ ຫົວໜ້າກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ໄດ້ໃຫ້ສໍາພາດວ່າ: ທາງເຈົ້າ ໜ້າທີ່ຝ່າຍລາວ ໄດ້ໄປຮັບເອົາ ນາງ ພາວະດີ ວິພາກອນ (ຕຸກຕິກ) (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59) ກັບຄືນ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບ ກໍລະນີທີ 59 ເດີນທາງໄປສະຖານທີ່ຊຸມຊົນຕ່າງໆໃນລາວ, ເຊິ່ງອາດເປັນໜຶ່ງໃນສາເຫດ ໃນການນໍາເອົາເຊື້ອພະຍາດ ໂຄວິດ-19 ມາແຜ່ລາມຢູ່ ສປປ ລາວ; ສາເຫດທີ່ຕ້ອງນຳຜູ້ກ່ຽວກັບຄືນມາ ສປປ ລາວ ແມ່ນຜູ້ກ່ຽວເອງ ເປັນປະຊາຊົນລາວ ເຊິ່ງພວກເຮົາຕ້ອງໄດ້ເອົາຜູ້ກ່ຽວມາດຳເນີນຄະດີຕາມກົດໝາຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການເຂົ້າ-ອອກ ສປປ ລາວ, ທັງນີ້ ເມື່ອນຳມາແລ້ວ ພວກເຮົາກໍຈະໄດ້ດຳເນີນການສືບສວນ-ສອບສວນ ເຊິ່ງຖ້າຜິດ ຫຼື ຂັດກັບກົດໝາຍວ່າດ້ວຍສາທາລະນະສຸກ ພວກເຮົາກໍຈະໄດ້ດຳເນີນໄປຕາມກົດໝາຍນັ້ນ; ສຳລັບກົດໝາຍອື່ນໆ ທີ່ຜູ້ກ່ຽວເປັນສາເຫດ ຫຼື ຕົ້ນຕໍເອົາເຊື້ອພະຍາດມາແຜ່ລະບາດ ຢູ່ ສປປ ລາວ ກໍຕ້ອງໄດ້ດຳເນີນຕາມກົດໝາຍເຊັ່ນດຽວກັນ.
ທ່ານ ພັນເອກ ສາຍສະໝິງ ສີວິໄລ ຍັງໃຫ້ຮູ້ອີກວ່າ: ທາງຕໍາຫລວດກວດຄົນເຂົ້າເມືອງຝ່າຍລາວ ກໍໄດ້ຕິດຕາມ, ກວດກາ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະກໍແມ່ນທາງນະຄອນຫຼວງ, ປກສ ສະຫວັນນະເຂດ ຈຶ່ງໄດ້ຮູ້ວ່າຜູ້ກ່ຽວໄດ້ນຳພາຄົນໄທ 2 ຄົນ ເຂົ້າເມືອງມາແບບຜິດກົດໝາຍ ເຊິ່ງໃນຄັ້ງວັນທີ 15 ເມສາ 2021 ຜູ້ກ່ຽວລັກລອບເດີນທາງອອກ ຈາກ ສປປ ລາວ ຢູ່ ເຂດບໍລິເວນ ບ້ານໝາກນາວ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ ໄປບ້ານເດືອ, ອໍາເພີ ທ່າບໍ່, ຈັງຫວັດ ໜອງຄາຍ ຣາຊະອານາຈັກໄທ; ຮອດວັນທີ 16 ເມສາ 2021 ນາງ ພາວະດີ ວິພາກອນ ຮູ້ສຶກບໍ່ສະບາຍ ຈຶ່ງໄດ້ໄປ ກວດສຸຂະພາບ ຢູ່ໂຮງໝໍໜອງຄາຍ ຜົນກວດພົບວ່າ ຜູ້ກ່ຽວຕິດເຊື້ອພະຍາດ ໂຄວິດ-19 ແລະ ໄດ້ຮັບການປິ່ນປົວ ທີ່ໂຮງໝໍດັ່ງກ່າວ. ພາຍຫລັງທີ່ທາງເຈົ້າໜ້າທີ່ຝ່າຍລາວຮັບຊາບຄືແນວນັ້ນ ກໍໄດ້ມີການຕິດຕໍ່ປະສານສົບທົບກັນ ໂດຍໄດ້ປະຕິບັດຕາມກົນໄກຂອງສັນຍາສອງຝ່າຍ ທີ່ໄດ້ບັນທຶກການຮ່ວມມື ລະຫວ່າງ ຕຳຫລວດກວດຄົນເຂົ້າ-ອອກເມືອງ ລາວ-ໄທ ທີ່ໄດ້ບັນທຶກຮ່ວມກັນ ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານ, ການແກ້ໄຂບັນຫາການລັກລອບເຂົ້າ-ອອກເມືອງ ເຊິ່ງໄດ້ມີການປະສານສົມທົບກັນເປັນປົກກະຕິ.
ມາຮອດປັດຈຸບັນໄດ້ມີການ ມອບ-ຮັບ ເອົານາງ ພາວະດີ ວິພາກອນ ກັບມາ ສປປ ລາວ ຫຼັງຈາກທີ່ປິ່ນປົວຢູ່ປະເທດໄທຫາຍດີແລ້ວ ເພື່ອມາດໍາເນີນການສືບສວນ-ສອບສວນຜູ້ກ່ຽວ ຕາມລະບຽບກົດໝາຍ ກໍຄືກົນໄກຂະບວນການຍຸຕິທໍາຂອງ ສປປ ລາວ, ເຊິ່ງການກະທໍາຂອງຜູ້ກ່ຽວ ແມ່ນລະເມີດກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ປະມວນກົມໝາຍອາຍາ, ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍ ລະບຽບການອື່ນໆທີ່ກ່ຽວຂ້ອງ ເຊິ່ງພາກສ່ວນທີ່ໄດ້ຮັບມອບໝາຍ ຈະຮີບຮ້ອນດໍາເນີນການຕ່າງໆຕໍ່ຜູ້ກ່ຽວຕາມຄວາມເໝາະສົມ ແລະ ຈະແຈ້ງໃຫ້ສັງຄົມຮັບຊາບ ຕາມເວລາອັນຄວນ.
ຂໍ້ມູນຈາກ: ຂປລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















