ຊົມເຊີຍວັນກກໍາມະກອນສາກົນ ຄົບຮອບ 135 ປີ (1886-2021)
ເວລາອອກຂ່າວ: 2021-05-01 12:55:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1650 | ຄວາມນິຍົມ: ![]()
ວັນກໍາມະກອນສາກົນແມ່ນວັນສໍາຄັນ, ເຊິ່ງສາເຫດທີເຮັດໃຫ້ມີວັນກໍາມະກອນ ແມ່ນຍ້ອນພວກນາຍທຶນກົດຂີ່ຂູດຮີດຊົນຊັ້ນກໍາມະກອນນັບມື້ໜັກໜ່ວງຍິ່ງຂຶ້ນ ບັງຄັບໃຫ້ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ ອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ, ການປ້ອງກັນສຸຂະພາບ ແລະຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະຂໍ້ຂັດແຍ່ງດັ່ງກ່າວ ນັບມື້ນັບຮຸ່ນແຮງ, ຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ.
ເມື່ອເປັນຄືແນວນັ້ນ ຊົນຊັ້ນກໍາມະກອນ ຫຼື ຊາວຜູ້ອອກແຮງງານຈຶ່ງໄດ້ລຸກຮື້ຂຶ້ນຕໍ່ສູ້ເພື່ອທວງເອົາສິດ ແລະ ຜົນປະໂຫຍດກັບພວກນາຍທຶນ, ເຊິ່ງຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764 ເພາະອັງກິດໃນສະໄໝນັ້ນເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳໄວກ່ວາໝູ່, ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ແລະ ເພື່ອນຳພາກຳມະກອນຕໍ່ສູ້ຕ້ານພວກນາຍທຶນ, ຊົນຊັ້ນກຳມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງ “ອົງການກຳມະບານ” ເປັນຕົວແທນຂອງຕົນຂຶ້ນ. ຈາກນັ້ນຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຫຼັງຈາກນັ້ນ ວັນທີ 01 ພຶດສະພາ 1886 ເປັນເທື່ອທໍາອິດໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຂອງຖະແຫຼງການ, ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະອື່ນໆ. ມີຜູ້ເຂົ້າຮ່ວມເຖິງ3 ແສນ 40.000 ຄົນ. ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກໍາມະກອນໃນມື້ໜຶ່ງ 8 ຊົ່ວໂມງ ແລະ ໄດ້ກໍານົດເອົາວັນທີ 01 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ນັບແຕ່ນັ້ນມາ“ວັນທີ 01 ເດືອນພຶດສະພາ ຂອງທຸກໆປີຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ.
ສໍາລັບ ສປປ ລາວເຮົາ ກໍໄດ້ເອົາໃຈໃສ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນ ໂດຍສືບທອດມູນເຊື້ອອັນດີງາມດັ່ງກ່າວບົນພື້ນຖານການຊີ້ນຳໆພາຂອງພັກປະຊາຊົນປະຕິວັດລາວ ເຊິ່ງແມ່ນພັກຂອງຊົນຊັ້ນກຳມະກອນລາວ ໄດ້ສະແດງອອກທາດແທ້ ຫຼື ຄຸນລັກສະນະຂອງຊົນຊັ້ນກຳມະກອນລາວມີຄື: ເປັນຊົນຊັ້ນທີ່ມີນ້ຳໃຈຮັກຊາດຢ່າງແທ້ຈິງ ແລະ ມີນ້ຳໃຈສາກົນກຳມະຊີບອັນຜ່ອງໃສ; ເປັນຊົນຊັ້ນທີ່ດີເລີດ ແລະ ກ້າວໜ້າກ່ວາໝູ່ຍ້ອນ ຢູ່ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ແລະ ອົງການກໍາມະບານທີ່ເປັນຕົວແທນແຫ່ງການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ, ເຮັດໃຫ້ຊົນຊັ້ນກຳມະກອນມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີອຸດົມການຈະແຈ້ງ, ມີຄວາມເຂັ້ມງວດ ແລະ ເດັດຂາດຕໍ່ການຈຳແນກມິດ ແລະ ສັດຕູ; ເປັນຊົນຊັ້ນທີ່ມີມານະຈິດປະຕິວັດອັນສູງສົ່ງ, ມີຄວາມຕື່ນຕົວຕໍ່ສູ້ດ້ວຍຄວາມເດັດດ່ຽວ, ກ້າຫານບໍ່ຍອມຈຳນົນ; ມີສະຕິ ແລະມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບຂອງຕົນ; ມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດບໍ່ຟູມເຟືອຍ, ບໍ່ສໍ້ໂກງ, ບໍ່ໂລບມາກໂລພາ, ມີແນວຄິດເອື້ອເຟື້ອເພື່ອແຜ່, ມີຄວາມສາມັກຄີປອງດອງຊື່ງກັນ ແລະ ກັນ; ມີຫົວຄິດປະດິດສ້າງ, ຍາມໃດກໍ່ຫວັງຢາກໃຫ້ເຕັກນິກວິທະຍາສາດຂະຫຍາຍຕົວຕິດພັນກັບການສ້າງສາພັດທະນາປະເທດຊາດ ແລະພັດທະນາຕົນເອງ; ມີຈິດໃຈເປັນເຈົ້າຕົນເອງ, ບໍ່ເອື່ອຍອີງໃສ່ຄົນອື່ນ, ຂັ້ນເທິງ, ກ້າເຮັດ ແລະ ກ້າຕັດສິນໃຈ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















