ໂຮງຮຽນ 301 ປະຕິບັດມາດຕະການ ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ -19 ຢ່າງເຂັ້ມງວດ
ເວລາອອກຂ່າວ: 2021-05-02 15:32:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 964 | ຄວາມນິຍົມ: ![]()
ໂຮງຮຽນ 301 ເປັນເຈົ້າການ ປະຕິບັດມາດຕະການ ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ -19 ຢ່າງເຂັ້ມງວດ ໂດຍການຈັດຕັ້ງກຳລັງແພດໝໍ ຄັດກອງກວດ ພະນັກງານ-ນັກຮົບ ເຂົ້າອອກຄ້າຍ ແລະ ຈັດຕັ້ງກຳລັງອະນາໄມທຳຄວາມສະອາດ ຫ້ອງການ, ຫ້ອງຮຽນ ແລະ ຄ້າຍຄູ ເປັນປະຈຳ ທັງນີ້ກໍເພື່ອຮັບປະກັນ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຕ່າງໆ.
ສະຫາຍ ນາງ ພັນຕີ ນັນພອນ ແພງຄຳຜິວ ຫົວໜ້າຂະແໜງເສນາຮັກ ໂຮງຮຽນ 301 ໃຫ້ຮູ້ວ່າ: ໂດຍປະຕິບັດຕາມມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ກໍຄື ການຊີ້ນຳ ຂອງ ກົມເສນາຮັກ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ປະຕິບັດຢ່າງເຂັ້ມງວດ ໃນການ ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ -19 ສະເພາະຢູ່ ໂຮງຮຽນ 301 ພວກເຮົາໄດ້ຈັດຕັ້ງ ພະນັກງານແພດໝໍ ກວດກາ ພະນັກງານ-ນັກຮົບເຂົ້າອອກຄ້າຍ ເປັນຕົ້ນ ໄດ້ຈັດຕັ້ງກວດວັດອຸນຫະພູມ, ລ້າງມືດ້ວຍເຈວຂ້າເຊື້ອພະຍາດ ກ່ອນຈະເຂົ້າ-ອອກ ຄ້າຍ ເປັນປະຈຳ ພ້ອມນັ້ນ ພວກເຮົາຍັງໄດ້ ຈັດຕັ້ງກຳລັງແພດໝໍ ແຈກຢາຍ ເຈວລ້າງມື ແລະ ຜ້າອັດປາກໃຫ້ພະນັກງານ-ນັກຮົບ ຕະຫລອດເຖີງນັກຮຽນ ໃຫ້ປະຕິບັດຕາມມາດຕະການຕ່າງໆ ໂດຍການ ໃສ່ຜ້າປິດປາກທຸກຄັ້ງ ແລະ ລ້າງມື ດ້ວຍເຈວຂ້າເຊື້ອ ເປັນປະຈຳ ທັງນີ້ກໍເພື່ອຮັບປະກັບດ້ານສຸຂະພາບໃຫ້ພະນັກງານ-ນັກຮົບ ປອດໄພຈາກເຊື້ອພະຍາດຕ່າງໆ.
ຂ່າວ: ແກ້ວວິງວອນ ສຸກມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















