ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ສປປ ລາວ ມີຜູ້ເສດຊີວິດ 1 ຄົນ ຈາກພະຍາດໂຄວິດ-19 ແລະ ມີຜູ້ຕິດເຊື້ອເພີ່ມອີກ 69 ຄົນ
ເວລາອອກຂ່າວ: 2021-05-09 15:17:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 535 | ຄວາມນິຍົມ:



ໃນວັນທີ 09 ພຶດສະພາ ປີ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ສະຫວັນຄອນ ຣຊາມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ນຳສະເໜີກ່ຽວກັບມາດຕະການການປ້ອງກັນການຕິດເຊື້ອ ຢູ່ໃນສະຖານທີ່ບໍລິການຕ່າງໆ ພ້ອມທັງ ຊີ້ແຈງຂ່າວລືໃນສື່ສັງຄົມອອນລາຍ ແລະ ຮສ. ດຣ. ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໄດ້ນຳສະເໜີ ກ່ຽວກັບ ກໍລະນີເສຍຊີວິດຈາກພະຍາດໂຄວິດ-19, ອີງຕາມການລາຍງານຂອງຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ໃຫ້ຮູ້ວ່າ: ສະພາບການແຜ່ລະບາດຂອງພະຍາດ COVID-19 ໃນວັນທີ 08 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 6,827 ຕົວຢ່າງ ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 69 ຄົນ, ລາຍລະອຽດຄື: ນະຄອນຫຼວງ 16 ຄົນ, ຈໍາປາສັກ 3 ຄົນ, ບໍ່ແກ້ວ 46 ຄົນ ແລະ ສະຫວັນນະເຂດ 4 ຄົນ. ມາເຖິງປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອ ທັງໝົດ 1,302 ຄົນ (ໃໝ່ 69), ເສຍຊີວີດ 1 ຄົນ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ ທັງໝົດ 232 ຄົນ (ວານນີ້ປິ່ນປົວຫາຍດີ 78 ຄົນ) ແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1,069 ຄົນ + ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 69 ຄົນ (ກໍລະນີຢັ້ງຢືນທີ 1,234 – 1,302) - ສຳລັບຄົນເຈັບຕິດເຊື້ອໃໝ່ 69 ຄົນ (ນະຄອນຫຼວງ 16 ຄົນ, ຈໍາປາສັກ 3 ຄົນ, ບໍ່ແກ້ວ 46 ຄົນ ແລະ ສະຫວັນນະເຂດ 4 ຄົນ), ໃນນັ້ນ 62 ຄົນ ແມ່ນຕິດເຊື້ອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າທີ່ຜ່ານມາ ແລະ 07 ຄົນ ແມ່ນກໍລະນີນຳເຂົ້າຈາກຕ່າງປະເທດ (ແຂວງສະຫວັນນະເຂດ 4 ຄົນ ແລະ ແຂວງຈຳປາສັກ 3 ຄົນ). - ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ