ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຄະນະຊ່ຽວຊານການແພດຈີນຊ່ວຍຕ້ານພະຍາດໂຄວິດ-19 ຢູ່ບາງແຂວງພາກເໜືອຂອງລາວ
ເວລາອອກຂ່າວ: 2021-05-09 16:43:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 369 | ຄວາມນິຍົມ:



ໂດຍຕອບສະໜອງຕາມຄຳຮ້ອງຂໍຈາກຝ່າຍລາວ, ໃນຕອນເຊົ້າວັນທີ 9 ພຶດສະພາ 2021ນີ້, ຄະນະຊ່ຽວຊານການແພດຈີນໄດ້ມຸ່ງໜ້າໄປສູ່ນະຄອນ ຫຼວງພະບາງ ທາງພາກເໜືອປະເທດລາວໂດຍດ່ວນ ເພື່ອຮ່ວມມືກັບຝ່າຍລາວ ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຕາມແຂວງທີ່ມີຜູ້ຕິດເຊື້ອ. ຄະນະຊ່ຽວຊານການແພດຈີນປະກອບມີຊ່ຽວຊານໃນຂົງເຂດດັບເຊື້ອ, ການກວດກາໃນຫ້ອງທົດລອງ, ການຄຸ້ມຄອງການຊຶມເຊື້ອ ແລະ ແພດສາດອາການໜັກ ໂດຍອີງຕາມສະພາບການແຜ່ລະບາດຂອງພະຍາດຢູ່ຫຼາຍແຂວງທາງພາກເໜືອຂອງ ສປປ ລາວ. ຫົວໜ້າຄະນະຊ່ຽວຊານການແພດຈີນກ່າວວ່າ: ຄະນະຊ່ຽວຊານການແພດຈະແບ່ງເປັນສອງຈຸ, ແຍກອອກເຮັດວຽກເປັນເວລາໜຶ່ງອາທິດຢູ່ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ. ຂ່າວຈາກ: cri



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ