
3 ພາກສ່ວນອຸປະຖຳເງິນເຂົ້າໃນວຽກງານ ຕ້ານພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-10 13:59:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 325 | ຄວາມນິຍົມ:
ໃນວັນທີ 10 ພຶດສະພາ 2021, ຢູ່ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ໄດ້ມີຄະນະຊາວຫວຽດນາມ ແຂວງຊຽງຂວາງ ນໍາໂດຍທ່ານ ເດດ ສີວິໄລ ໄດ້ມອບເງິນຈຳນວນ 19.000.000 ກີບ ແລະ ຜ້າປິດປາກຈຳນວນ 1ແກັດ ລວມມູນຄ່າ 20.000.000 ກີບ, ນອກນີ້ ຍັງມີບໍລິສັດ ພັດທະນາກະສິກຳ ແລະ ອຸດສາຫະກຳປຸງແຕ່ງ ດຶກຊ່ອງຖັງ ອຸປະຖຳເງິນຈຳນວນ 5.000.000 ກີບ ກ່າວມອບໂດຍທ່ານ ດຶກຊ່ອງຖັງ ປະທານບໍລິສັດ, ທ່ານນາງ ພຸດດາລົມ ສອນຫຸມດາລາ ເຈົ້າຂອງຕະຫຼາດກະສິກຳຄຳກາງນາ ມອບເງີນຈຳນວນ 5.000.000 ກີບ ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ເຊິ່ງທ່ານຮອງເຈົ້າແຂວງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ 3 ພາກສ່ວນ ທີ່ມີຈິດໃຈຊ່ວຍເຫຼືອ, ເຫັນໄດ້ຄວາມຈຳເປັນ ແບ່ງເບົາຊ່ວຍເຫຼືອແຂວງຊຽງຂວາງ ໃນຍາມວິກິດ ເຊີ່ງເງິນຈຳນວນດັ່ງ ແມ່ນຈະນຳໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ 19 ເພື່ອເຮັດໃຫ້ພະຍາດດັ່ງກ່າວຢຸດການແຜ່ລະບາດ ແລະ ຫາຍໄປຈາກສັງຄົມ ຂ່າວ: ບຸນມີ ແສງທຸມມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ