ກອງບັນຊາການທະຫານແຂວງໄຊຍະບູລີຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ
ເວລາອອກຂ່າວ: 2021-05-27 11:41:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1935 | ຄວາມນິຍົມ: ![]()
ໃນວັນທີ 26-27 ພຶດສະພາ 2021 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ເຜີຍແຜ່ບັນດາເອກະສານສໍາຄັນຈຳນວນໜຶ່ງ ຊຸດທີ I ແລະ ຊຸດທີ II ທີ່ສະໂມສອນຂອງກົມກອງ ໂດຍການເປັນປະທານຂອງ ສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງປະທານສະມາຊິກສະພາປະຊາຊົນແຂວງໄຊຍະບູລີ, ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຄະ ນະປະຈຳພັກແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ກົມກອງ, ໂຮງຮຽນ, ໂຮງໝໍ ຕະຫຼອດຮອດພະນັກງານສະມາຊິກພັກ-ນັກຮົບເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ເພັງນິລັນ ຄຳພັນເພັງ ກໍ່ໄດ້ຂື້ນກ່າວເປີດກອງປະຊຸມ ແລະ ເຜີຍແຜ່ບັນດາເອກະສານທີ່ສຳຄັນເຊັ່ນ: ຄຳແນະນຳເລກທີ 08/ຄອສພ, ລົງວັນທີ 19 ເມສາ 2021, ເອກະສານເພິ່ມທະວີການຊີ້ນຳວຽກງານການເມືອງ-ແນວຄິດໃນການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ສະບັບເລກທີ 16/ຄອສພ, ລົງວັນທີ 11 ພຶດສະພາ 2021, ເອກະສານສະບັບເລກທີ 144/ຄພຂຊຍ, ລົງວັນທີ 13 ເມສາ 2021, ເອກະສານຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຂອງຜູ້ແທນທົ່ວປະເທດຄັ້ງທີXI ຂອງພັກ, ຈາກນັ້ນສະຫາຍພັນເອກ ດາວນ້ອຍ ບຸດບົວທອງ ກໍ່ໄດ້ຂຶ້ນເຜີຍແຜ່ເອກະສານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX (2021-2025) ໂດຍຕິດພັນແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ VII (2021-2025) ຂອງແຂວງໄຊຍະບູລີ, ເອກະສານເຊື່ອມຊຶມກ່ຽວກັບການປັບປຸງດັດແປງກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI.
ຈຸດປະສົງຂອງການເຊື່ອມຊຶມເອກະສານໃນຄັ້ງນີ້ ກໍເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະ ນັກງານສະມາຊິກພັກ-ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນຄາດໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະບຸລີຄັ້ງທີVII ເພື່ອພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ແລະ ມະຕິຕ່າງໆທີ່ສູນກາງ ແລະ ແຂວງວາງອອກໄປຜັນຂະຫຍາຍຢູ່ອົງການ, ກົມກອງໃຫ້ກ້າວເຂົ້າສູ່ລວງເລີກ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ເປັນຮູບປະທຳຕົວຈິ່ງ.
ຂ່າວ ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















